ຫວຽດນາມ ມີສວນສາທາລະນະທໍລະນີສາດໂລກແຫ່ງທີສອງ

(VOVWORLD) - ປະກາດສະຖານທີ່ໄຊຊະນະເຂດຊາຍແດນ 1950 ເມືອງ ແທັກອານເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.
ຫວຽດນາມ ມີສວນສາທາລະນະທໍລະນີສາດໂລກແຫ່ງທີສອງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເຫດການ

ຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ກາວບັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບຮັບນາມມະຍົດສວນສາທາລະນະທໍລະນີສາດໂລກ UNESCO ເຂດພູພຽງ ກາວບັ່ງ (ນອນເນືອກ ກາວບັ່ງ); ປະກາດສະຖານທີ່ໄຊຊະນະເຂດຊາຍແດນ 1950 ເມືອງ ແທັກອານເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ການຕີລາຄາສູງຂອງປະຊາຄົມໂລກ ສຳລັບບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ແລະ ພົ້ນເດັ່ນ ກ່ຽວກັບທໍລະນີສາດ, ຊີວະນາໆພັນ, ມໍລະດົກວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຂອງເຂດ ນອນເນືອກ ກາວບັ່ງ, ເຊິ່ງແມ່ນບ່ອນທີ່ໄດ້ຮັກສາບັນດາຮ່ອງຮອຍໃນການປ່ຽນແປງຂອງໜ່ວຍໂລກໃນຕະຫຼອດ 500 ລ້ານປີຜ່ານມາ:

        “ບັນດານາມມະຍົດນີ້ ໄດ້, ພວມ ແລະ ຈະປະກອບສ່ວນຍົກສູງພາບພົດຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຂອງ ຫວຽດນາມ ໃນສາຍຕາເພື່ອນມິດສາກົນ. ພວກເຮົາຍິ່ງມີຄວາມສະເທືອນໃຈກ່ວາ, ເມື່ອສວນສາທາລະນະທໍລະນີສາດໂລກ ນອນເນືອກ ກາວບັ່ງ ໄດ້ຮັບຖືວ່າແມ່ນ “ອູ່” ຂອງການປະຕິວັດ ຫວຽດນາມ, ແມ່ນບ່ອນລິເລີ່ມພາລະກິດແຫ່ງການຕໍ່ຕ້ານຂອງປະຊາຊົນເຮົາຕ້ານຄືນບັນດາກຳລັງຮຸກຮານ ແລະ ພວກປະຕິການ, ຍາດເອົາເອກະລາດໃຫ້ແກ່ປະຊາຊົນ ແລະ ຄວາມເສລີພາບຕໍ່ປະເທດຊາດ.”

ຫວຽດນາມ ມີສວນສາທາລະນະທໍລະນີສາດໂລກແຫ່ງທີສອງ - ảnh 2 UNESCO ຮັບຮອງ ນອນເນືອກ ກາວບັ່ງ ແມ່ນສວນສາທາລະນະທໍລະນີສາດ

        ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລາຍການທ່ອງທ່ຽວຜ່ານບັນດາເຂດມໍລະດົກ ຫວຽດບັກ ໄດ້ຜັດປ່ຽນກັນຈັດຕັ້ງຢູ່ກາວບັ່ງ ໃນປີນີ້ ແມ່ນກາລະໂອກາດອັນໃຫຍ່ຫຼວງເພື່ອຍູ້ແຮງການພັດທະນາບັນດາຮູບແບບການທ່ອງທ່ຽວ, ຂຸດຄົ້ນ ແລະ ແຜ່ຂະຫຍາຍບັນດາຄຸນຄ່າມໍລະດົກຂອງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ