ຫວຽດ​ນາມ ມອບ​​ ສູນ​ປ້ອງ​ກັນ​ຕ້ານ ແລະ ປິ່​ນ​ປົວ​ພະ​ຍາດໄຂ້ຍຸງໃຫ້ລາວ

(VOVWORLD) -ທ່ານ ຫງວຽນດັງຮູ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳພາກເໜືອຂອງ ລາວ ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກກັບການນຳຂອງ 3 ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ.
ຫວຽດ​ນາມ ມອບ​​ ສູນ​ປ້ອງ​ກັນ​ຕ້ານ ແລະ ປິ່​ນ​ປົວ​ພະ​ຍາດໄຂ້ຍຸງໃຫ້ລາວ - ảnh 1

ພິທີລົງນາມລົງທຶນໂຄງການກໍ່ສ້າງສູນປ້ອງກັນຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງຂອງແຂວງຝູ້ເທາະໃຫ້ແກ່ແຂວງຫຼວງນ້ຳທາ

ຢູ່ ແຂວງ ຫຼວງນ້ຳທາ, ທ່ານ ຫງວຽນດັງຮູ່ງ ແລະ ທ່ານ ເພັດຖາວອນ ພິລະວັນ ເລຂາພັກ, ເຈົ້າແຂວງ ແຂວງຫຼວງນ້ຳທາ   ໄດ້ເປັນສັກຂີພິຍານພິທີເຊັນສັນຍາອຸປະຖຳໂຄງການກໍ່ສ້າງສູນປ້ອງກັນຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງ, ດ້ວຍມູນຄ່າເກືອບ 434.000 USD ຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງແຂວງ ຝູເທາະ. ໂຄງການລວມມີຕຶກອາຄານສອງຊັ້ນມີຫ້ອງເຮັດວຽກ 18 ຫ້ອງ ແລະ ສະໂມສອນພ້ອມກັບອຸປະກອນຕົບແຕ່ງພາຍໃນຄົບຊຸດ. ພາຍຫຼັງກໍ່ສ້າງສຳເລັດ, ຈະຊ່ວຍແຂວງ ຫຼວງນ້ຳທາ ມີພື້ນຖານວັດຖຸການແພດທີ່ກ້ວາງຂວາງສວຍງາມຕື່ມອີກເພື່ອຮັບໃຊ້ວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກ່ວາ.

ທີ່ບັນດາການເຮັດວຽກ, ທ່ານ ຫງວຽນດັງຮູ່ງ ແລະ ເລຂາພັກແຂວງ-ເຈົ້າແຂວງ 3 ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ ໄດ້ແລກປ່ຽນບາງບັນຫາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາແຂວງຂອງ ຫວຽດນາມ ກັບບັນດາທ້ອງຖິ່ນແຮກສ່ຽວຂອງ ລາວ, ປຶກສາຫາລືມາດຕະການຊຸກຍູ້, ສົ່ງເສີມວິສາຫະກິດຂອງ ຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາແຂວງພາກເໜືອຂອງ ລາວ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ແລະ ຊາວຫວຽດນາມອາໄສຢູ່ບັນດາທ້ອງຖິ່ນດຳເນີນທຸລະກິດ ແລະ ດຳລົງຊີວິດຢ່າງສະດວກກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ