ຫວຽດນາມ ມອບຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ຢູ່ ແບັກແລັງ ໃຫ້ແກ່ ບຣູໄນ

(VOVWORLD) - ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ອາຊຽນ, ເພີ່ມທະວີຄວາມສະໜິດຕິດພັນໃນ ອາຊຽນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນລວມ
ຫວຽດນາມ ມອບຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ຢູ່ ແບັກແລັງ ໃຫ້ແກ່ ບຣູໄນ - ảnh 1ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໄດ້ມອບທຸງ ອາຊຽນ ໃຫ້ແກ່ ບຣູໄນ
(ພາບ: TTXVN)

        ວັນທີ 11 ທັນວາ, ຢູ່ ແບັກແລັງ, ສ.ສະຫະພັນ ເຢຍລະມັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫວູກວາງມິງ, ປະທານໝູນວຽນຄະນະກຳທະການ ອາຊຽນ ປະຈຳ ແບກແລງ (BAC), ໄດ້ເປັນປະທານກອງປະຊຸມສະໄໝທີ 7 ຂອງ BAC ແລະ ພິທີມອບຮັບຕຳແໜ່ງ BAC ໃຫ້ແກ່ ບຣູໄນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໄດ້ທົບທວນຄືນບັນດາການເຄື່ອນໄຫວພົ້ນເດັ່ນໃນອາຍຸການເປັນປະທານຂອງ ຫວຽດນາມ; ທ່ານໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວທີ່ໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງ ອາຊຽນ ແລະ ເພີ່ມທະວີຄວາມຕິດພັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກໍຄືຢືນຢັນບົດບາດຂອງ ຫວຽດນາມ ໃນກົນໄກດັ່ງກ່າວ. ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ອາຊຽນ, ເພີ່ມທະວີຄວາມສະໜິດຕິດພັນໃນ ອາຊຽນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນລວມ ກໍຄືປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ກັບ ເຢຍລະມັນ ແລະ ອີຢູ ເວົ້າລວມ ໃຫ້ຫຼາຍກວ່າເກົ່າ.

        ພາຍຫຼັງກອງປະຊຸມສະໄໝທີ 7 ຂອງ BAC, ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໄດ້ມອບທຸງ ອາຊຽນ ແລະ ຕຳແໜ່ງປະທານໝູນວຽນ BAC ໃຫ້ແກ່ ບຣູໄນ.

ຕອບກັບ

ຂ່າວ/ບົດ​ອື່ນ