ຫວຽດນາມ ມອບປື້ມທີ່ມີຄ່າໃຫ້ລາວ

ຫວຽດນາມ ມອບປື້ມທີ່ມີຄ່າໃຫ້ລາວ - ảnh 1
ຫວຽດນາມ ມອບ​ປື້​ມທີ່ມີ​ຄ່າ​ໃຫ້​ລາວ
(ພາບ: kpl.net.la)


(vovworld) –  ຕອນ​ເຊົ້າ​ວັນ​ທີ 24/06, ຢູ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບ​ປື້​ມກ່ຽວ​ກັບ​ວັດທະນະທຳ​ພື້ນ​ເມືອງ​ຫວຽດນາມ ​ໃຫ້​ຫໍ​ສະ​ໜຸດ​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ. ສາດ​ສະ​ດາ​ຈານ, ດຣວິທະຍາສາດ ​ໂຕ​ຫງອກ​ແທງ, ປະທານ​ສະພາ​ວັນນະຄະດີ​, ສິລະ​ປະພື້ນ​ເມືອງ​ຫວຽດນາມ, ​ໄດ້​ມອບປື້​ມ​ຊຸດ​​ທຳ​ອິດ​​ໃຫ້​ລາວ ລວມທັງ 2.500 ກິດຈະກຳກ່ຽວ​ກັບ​ວັດທະນະທຳ, ວັນນະ​ຄະດີສິລະ​ປະ​ພື້ນ​ເມືອງ​ບັນດາ​ເຜົ່າ​ຫວຽດນາມ. ຊຸດ​ປື້ມດັ່ງກ່າວ​ແນະນຳ​ວັດທະນະທຳ​ພື້ນ​ເມືອງ​ຂອງ 54 ຊົນ​ເຜົ່າ​ຫວຽດນາມ, ຂຶ້ນ​ກັບ 5 ຂົງ​ເຂດ​ໃຫຍ່​ຄື: ວັດທະນະທຳການຜະລິດ, ວັດທະນະທຳສັງຄົມ, ວັດທະນະທຳດ້ານຈິດວິນຍານ ແລະ ວັດທະນະທຳກ່ຽວ ກັບຄວາມງາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ, ທ່ານ ຄຳ​ແພງ ວິລາ​ພັນ, ຮອງ​ຫົວ​ໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈສະມາຄົມ​ວັນນະຄະດີ​, ສິລະ​ປະພື້ນ​ເມືອງ​ຫວຽດນາມ ​ແລະ ທ່ານປະທານ​ສະມາຄົມ ໂຕ​ຫງອກ​ແທງ ທີ່​ໄດ້​ມອບ​ຊຸດ​ປື້​ມທີ່​ມີ​ຄ່າ​ໃຫ້​ສະພາ​ແຫ່ງ​ຊາດ​ລາວ, ຊ່ວຍ​ໃຫ້​ບັນດາ​ນັກ​ຄົ້ນຄວ້າ​ລາວ ​ມີ​ເອກະສານທາ​ບທາມ​ຄົ້ນຄວ້າ​ກ່ຽວ​ກັບ​ວັດທະນະທຳ​ພື້ນ​ເມືອງ​ບັນດາ​ເຜົ່າ​ຢູ່ລາວ.
ຂ່າວ/ບົດ​ອື່ນ