ຫວຽດນາມ ມອບອັດຖິທະຫານອາເມລິກາ

(VOVWORLD) -ອົງການ ຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ດຳເນີນພິທີມອບອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ຊຸດໜຶ່ງໃຫ້ແກ່ຝ່າຍອາເມລິກາ.
ຫວຽດນາມ ມອບອັດຖິທະຫານອາເມລິກາ - ảnh 1ພິທີມອບອັດຖິທະຫານອາເມລິກາ
(ພາບປະກອບ: TTXVN)

ວັນທີ 09 ກໍລະກົດ, ຢູ່ສະໜາມບິນ ຢາເລິມ, ຮ່າໂນ້ຍ, ອົງການ ຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ໄດ້ດຳເນີນພິທີມອບອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ຊຸດໜຶ່ງໃຫ້ແກ່ຝ່າຍອາເມລິກາ. ທີ່ພິທີດັ່ງກ່າວ, ທ່ານອຸປະທູດຊົ່ວຄາວສະຖານທູດອາເມລິກາ ປະຈຳຮ່າໂນ້ຍ Christoper Klein ໄດ້ຕີລາຄາສູງການສົມທົບກັບລະຫວ່າງ 2 ຝ່າຍ ເພື່ອແນໃສ່ຮັບປະກັນໃຫ້ແກ່ການເຄື່ອນໄຫວ MIA ຢູ່ຫວຽດນາມ ບໍ່ຖືກຕັດຕອນຍ້ອນໂລກລະບາດໂຄວິດ-19 ພວມແຜ່ລະບາດໃນທົ່ວໂລກ; ພ້ອມກັນນັ້ນ ສະແດງຄວາມພາກພູມໃຈຍ້ອນການຮ່ວມມື MIA ໄດ້ສ້າງພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມືເພື່ອແກ້ໄຂບັນດາບັນຫາມະນຸດສະທຳລະຫວ່າງ 2 ປະເທດ, ໃນນັ້ນມີເລື່ອງ ອາເມລິກາ ໜູນຊ່ວຍຊອກຫາທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ