ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ

(VOVWORLD) - ຈຳນວນເຄື່ອງອຸປະຖຳລວມມີ: ຢຸກຢາສຸກເສີນ, ຢາຈຳເປັນ, ເຄື່ອງວັດຖຸອຸປະກອນການແພດຕ່າງໆ, ຄ້າຍ, ພາຫະນະ, ທາດເຄມີປ້ອງກັນ, ຕ້ານໂລກລະບາດ…. 

ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ - ảnh 1

 (ພາບ: ກົມປ້ອງກັນໄຟໄໝ້ ແລະ ກູ້ໄພກູ້ຊີບ)

 ຕອນບ່າຍວັນທີ 12 ກຸມພາ,  ຢູ່ນະຄອນ Adiyaman ປະເທດຕວກກີ, ຄະນະປະຕິບັດງານກູ້ໄພກູ້ຊີບສາກົນຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດດ້ວຍປະລິມານ 2 ໂຕນໃຫ້ແກ່ ຕວກກີ ຜ່ານອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ຂອງປະເທດນີ້.

ຈຳນວນເຄື່ອງອຸປະຖຳດັ່ງກ່າວລວມມີ: ຢຸກຢາສຸກເສີນ, ຢາຈຳເປັນ, ເຄື່ອງວັດຖຸອຸປະກອນການແພດຕ່າງໆ, ຄ້າຍ, ພາຫະນະ, ທາດເຄມີປ້ອງກັນ, ຕ້ານໂລກລະບາດ….    ທ່ານ Isamail Sahin ຮອງຜູ້ອຳນວຍການ ອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD)  ປະຈຳ Adiyaman, ໄດ້ຕີລາຄາສູງການໜູນຊ່ວຍຢ່າງທັນການຂອງ ຫວຽດນາມ ແລະ ທ່ານໄດ້ພົບປະກັບທ່ານພັນເອກ ຫງວຽນມິນເຄືອງ ເພື່ອສະແດງຄຳຂອບອົກຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປຊຊ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ