ຫວຽດນາມ ມອບໂຮງຮຽນ ມັດທະຍົມຕອນຕົ້ນ ດົງສະຫວັນ ໃຫ້ລາວ

ຫວຽດນາມ ມອບໂຮງຮຽນ ມັດທະຍົມຕອນຕົ້ນ ດົງສະຫວັນ ໃຫ້ລາວ - ảnh 1
​ພິທີ​ເປີດ​ສະຫຼອງ ​ແລະ ມອບ​ຮັບກິດຈະກຳ​
ໂຮງຮຽນມັດທະຍົມຕອນ​ຕົ້ນ ດົງ​ສະຫວັນ
(ພາບ: hanoimoi.com.vn)


(vovworld) -     ວັນ​ທີ 11/12, ຢູ່​ບ້ານດົງ, ​ເມືອງ​ເຊ​​ໂປ​ນ, ​ແຂວງ ສະຫວັນ​ນະ​ເຂດ, ​ໄດ້​ດຳ​ເນີນ​ພິທີ​ເປີດ​ສະຫຼອງ ​ແລະ ມອບ​ຮັບກິດຈະກຳ​ໂຮງຮຽນມັດທະຍົມຕອນ​ຕົ້ນ ດົງ​ສະຫວັນ, ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ລັດ​ຫວຽດນາມ ມອບ​ໃຫ້ປະຊາຊົນ​ເມືອງ​ເຊ​ໂປ​ນ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ, ການຮ່ວມ​ມືຮອບດ້ານ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ ເລຂາ​ຟຽວ ອະ​ດີດ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ ດິງ​ເທ໋ຮີນ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະ​ໜາ​ສຶກສາ​ສູນ​ກາງ​ຫວຽດນາມ; ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີລາວ, ທ່ານ ​ເຈືອງ ສົມບູນ​ຂັນ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​​ຄະນະໂຄສະນາອົບ​ຮົມ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ… ກິດຈະການ​ມີ​ເງິນ​ລົງທຶນ​ກວ່າ 1 ລ້ານ USD ​ໂດຍ​ທະນາຄານຫຸ້ນ​ສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ອຸປະຖຳ, ​ໂຮງຮຽນ​ມີ​ເນື້ອທີ່​ກວ່າ 10.000 ຕາລາງ​ແມດ, ລວມມີ​ຫ້ອງ​ຮຽນ 12 ຫ້ອງ ສາມາດ​ຮັບຮອວນັກຮຽນ​ໄດ້ 500 ຄົນ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ, ທ່ານ ​ເຈືອງ ສົມບູນ​ຂັນ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາອົບ​ຮົມ​ສູນ​ກາງ​ປະຊາຊົນ​ປະຕິວັດ​ລາວ ຢືນຢັນ​ວ່າ; ​ໂຮງຮຽນມັດທະຍົມຕອນ​ຕົ້ນ ດົງ​ສະຫວັນ ​ແມ່ນ​ສັນຍາ​ລັກ​ທີ່​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່ ​ແລະ ຈິດ​ໃຈ​ຮ່ວມ​ສຳພັນ​ສູ້​ຮົບ​ຢ່າງ​ແໜ້ນ​ແຟ້ນ ກໍ​ຄື​ມູນ​ເຊື້ອ​ສາມັກຄີ​ແບບ​ພິ​ເສດ​ຊັດ​ຊື່​ບໍລິສຸດ ​ທັງ​ແມ່ນ​ສັນຍາ​ລັກ​ຂອງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ