ຫວຽດ​ນາມ ມາ​ນະ​ພ​ະ​ຍາ​ຍາມ ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ

(VOVWORLD) -ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ເບິ່ງລວມແລ້ວ ບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດຍັງສືບຕໍ່ໄດ້ຮັບການປະຕິບັດ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຄົມວິສາຫະກິດ.
ຫວຽດ​ນາມ ມາ​ນະ​ພ​ະ​ຍາ​ຍາມ ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ - ảnh 1ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢູ່ ຫວຽດນາມ ຍັງສືບຕໍ່ໄດ້ຮັບການປັບປຸງໃນໄລຍະຈະມາເຖິງ 

ຕາມບົດລາຍງານສະບັບຫຼ້າສຸດ ຂອງ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມແລ້ວ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄລຍະຜ່ານມາ ໄດ້ຮັບການປັບປຸງຫຼາຍພໍສົມຄວນ, ກຳລັງຄວາມສາມາດໃນການແກ້ງແຍ້ງໄດ້ຍົກສູງຂຶ້ນ ແລະ ກາຍເປັນຈຸດໃຈກາງໃນການເຄື່ອນໄຫວຂອງ ລັດຖະບານໃນໄລຍະ 5 ປີຜ່ານມາ. ປີ 2020, ລັດຖະບານມີມະຕິຮຽກຮ້ອງໃຫ້ ຫຼຸດບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດຂອງ 20% … ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ເບິ່ງລວມແລ້ວ ບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດຍັງສືບຕໍ່ໄດ້ຮັບການປະຕິບັດ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຄົມວິສາຫະກິດ.

ເຖິງວ່າມີບັນດາການປັບປຸງກໍ່ຕາມ ແຕ່ຕາມທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕຽນລົກແລ້ວ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ມີຈຸດຈຳກັດດ້ານລະບຽບການບໍລິຫານ ຫຼາຍຢ່າງ, ເງື່ອນໄຂລົງທຶນດຳເນີນທຸລະກິດ ມີຄວາມໂປ່ງໄສກ່ວາແລ້ວ ແຕ່ວ່າ ການເປີດເຜີຍບັນດາແຜນກຳນົດ, ແຜນການ, ບົດລາຍງານຂອງລັດ ເພື່ອໃຫ້ວິສາຫະກິດສຳຜັດນັ້ນ, ກໍ່ຄວາມຫຍຸ້ງຍາກກ່ວາຫຼາຍ. ທ່ານ ຫວູຕຽນລົກ ຊີ້ແຈ້ງວ່າ:

ພວກເຮົາໄດ້ຫຼຸດຜ່ອນບັນດາບັນດາເງື່ອນໄຂເຂົ້າຮ່ວມຕະຫຼາດໃນຫຼາຍຂົງເຂດ, ຂະແໜງອາຊີບ, ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເຂົ້າຮ່ວມຕະຫຼາດ. ເຖິງຢ່າງໃດກໍ່ຕາມ, ໃນຫຼາຍຂົງເຂດທີ່ຮຽກຮ້ອງການລົງທຶນຂະໜາດໃຫຍ່, ດຶງດູດທຶນໃນໄລຍະຍາວແມ່ນ ສະພາບການທີ່ມີຄວາມສ່ຽງຍ້ອນການຜັນແປຈາກນະໂຍບາຍ ຍັງມີເປັນໜ້າວິຕົກກັງວັນ ອັນໄດ້ກີດຂວາງການລົງທຶນຂອງບັນດາວິສາຫະກິດໃຫຍ່ຫຼາຍແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ