ຫວຽດ​ນາມ ມານ​ະ​ພະ​ຍາ​ຍາມ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

(VOVWORLD) -    ນັບແຕ່ວັນທີ 1 ມີນາ ຫາກວັນທີ 5 ມີນາ, ສະພາສິດທິມະນຸດ ສປຊ ສືບຕໍ່ເຮັດວຽກໃນອາທິດທີ 2 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 46 ດ້ວຍບັນດາວາລະປຶກສາຫາລືລວມ ແລະ ການປຶກສາຫາລືຕາມຫົວຂໍ້ ກ່ຽວກັບການຊຸກຍູ້ສິດພົນລະເຮືອນ, ການເມືອງ ແລະ ສິດກ່ຽວກັບເສດຖະກິດ, ວັດທະນະທຳ, ສັງຄົມ.
ຫວຽດ​ນາມ ມານ​ະ​ພະ​ຍາ​ຍາມ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)

ໃນວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ ເຊີແນວ (ປະເທດສະວິດ) ໄດ້ຊີ້ແຈ້ງບັນດາແຜນນະໂຍບາຍ, ນະໂຍບາຍ ກໍຄືບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ໃນນັ້ນ ມີສິດທິເດັກ, ສິດຂອງຄົນພິການ, ສິດວັດທະນະທຳ ແລະ ສິດສະບຽງອາຫານ ຢູ່ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ ການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ ຫວຽດນາມ, ໃນນັ້ນ ມີສິດວັດທະນະທຳ, ສິດສະບຽງອາຫານໃນສະພາບການໂລກລະບາດຄຸກຄາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການລະດົມກຳລັງໃຈໃຫ້ແກ່ປະຊາຊົນ ແລະ ຍົກສູງປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -  19.

        ກອງປະຊຸມສະໄໝສາມັນເທື່ອທີ 46 ຂອງສະພາສິດທິມະນຸດ ສປຊ ປະຈຳ ເຊີແນວ ປະເທດສະວິດ ຖືກຈັດຂຶ້ນແຕ່ວັນທີ 22 ກຸມພາ ຫາວັນທີ 23 ມີນາ ປີ 2021, ຄາດວ່າ ຈະພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ປະມານ  30 ຫາ 40 ສະບັບ.


ຕອບກັບ

ຂ່າວ/ບົດ​ອື່ນ