ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ

(VOVWORLD) - ກອງປະຊຸມ ສະຫລຸບການປະຕິບັດມະຕິຂອງລັດຖະບານ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງຄຸນນະພາບແກ່ງແຍ້ງລະດັບຊາດ ໄດ້ຈັດຂຶ້ນໃນວັນທີ 9 ທັນວາຢູ່ຮ່າໂນ້ຍ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ - ảnh 1

 (ພາບ: kinhtedothi.vn)

   ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ສະຫະສະມາຄົມວິສາຫະກິດ ຈົ່ງສະເໜີບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍລະອຽດ, ບັນດາຂໍ້ລິເລີ່ມປະຕິບັດທີ່ມີລັກສະນະຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ກ່ຽວກັບການ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄລຍະຈະມາເຖິງ. ທາງ ກະຊວງແຜານການ ແລະ ການລົງທຶນ ຫວຽດນາມ ຈະເກັບກຳບັນບົດຮຽນ ແລະ ມາດຕະການນີ້ ເພື່ອລາຍງານທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນໃນທ້າຍປິນີ້, ເປັນພື້ນຖານສ້າງຮ່າງມະຕິໃຫ້ແກ່ປີ 2023 ໃຫ້ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ