ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ການ​​ທູດວັກ​ຊິນ

(VOVWORLD) - ນັບແຕ່ຫົວທີ, ເມື່ອໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຫວຽດນາມ, ກົມການເມືອງ, ຄະນະເລຂາພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຄາດຄະເນ, ຊີ້ນຳວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນວົງກ້ວາງໂດຍໄວ, ໃນນັ້ນມີການຜັນຂະຫຍາຍຍຸດທະສາດວັກຊິນ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ການ​​ທູດວັກ​ຊິນ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ

ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໂດຍກົງ ໃຫ້ກະຊວງສາທາລະນະສຸກ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດສຳຜັດກັບແຫຼ່ງວັກຊິນ, ຮ່ວມມືກັບບັນດານັກຊ່ຽວຊານເຕັກໂນໂລຢີຜະລິດວັກຊິນ, ຂໍ້ລິເລີ່ມຮ່ວມມືດ້ານສາທາລະນະສຸກ… ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ: ນັບແຕ່ນີ້ຈົດຮອດທ້າຍປີ ຫວຽດນາມ ຈະຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອມີບັນດາແຫຼ່ງວັກຊິນຕື່ມອີກ ແນໃສ່ຮັບປະກັນການປະຕິບັດສຳເລັດຍຸດທະສາດວັກຊິນ ເຊິ່ງລັດຖະບານຍົກອອມາ. ທ່ານໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າສຸມໃສ່ເຂົ້າ 3 ທິດທາງຫຼັກນັ້ນແມ່ນ: ທີ່ໜຶ່ງ, ສົມທົບກັບບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນ, ພິເສດແມ່ນກະຊວງສາທາລະນະສຸກ ໃນການຮັບປະກັນການຊຸກຍູ້, ຕິດຕາມ, ຜັນຂະຫຍາຍຄຳໝັ້ນສັນຍາຂອງບັນດາຄູ່ຮ່ວມມືສະໜອງວັກຊິນ 150 ລ້ານໂດສທີ່ ໄດ້ລົງນາມກັບ ຫວຽດນາມ. ທີ 2, ສືບຕໍ່ຂົນຂວາຍບັນດາຄູ່ຮ່ວມມືສອງຝ່າຍ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ສະໜອງບັນດາແຫຼ່ງວັກຊິນໃຫ້ແກ່ ຫວຽດນາມ. ທີ 3, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊິນ ຢ່າງເລິກເຊິ່ງ ແລະ ຕັ້ງໜ້າກ່ວາອີກ ເພື່ອຮັບໃຊ້ໃຫ້ແກ່ການຜະລິດວັກຊິນໃນໄລຍະຍາວ. ນີ້ແມ່ນວິທີການຍາວນານກ່ວາເພື່ອຮັບປະກັນເລື່ອງ ຫວຽດນາມ ຈະມີແຫຼ່ງສະໜອງວັກຊິນໃຫ້ແກ່ປະຊາຊົນຢ່າງຍາວນານ ແລະ ມີສະຖຽນລະພາບ, ພ້ອມທັງຊຸກຍູ້ວິວັດການຮ່ວມມືສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການຜະລິດວັກຊິນພາຍໃນປະເທດ.

        ດ້ວຍບັນດາຄວາມມານະພະຍາຍາມທາງການທູດ ວັກຊິນ, ມາຮອດປັດຈຸບັນ, ຫວຽດນາມ ບັນລຸໄດ້ຄຳໝັ້ນສັນຍາທີ່ມີວັກຊິນ 130 ລ້ານໂດສ ເພື່ອສັກໃຫ້ 70% ປະຊາກອນໃນທົ່ວປະເທດ. ທຳອິດນີ້, ໃນເດືອນກໍລະກົດ ແລະ ເດືອນ ສິງຫາ 2021, ຫວຽດນາມ ອາດຈະໄດ້ຮັບວັກຊິນ 10 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ