ຫວຽດນາມ ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ

(VOVWORLD) - ຕອນເຊົ້າວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14) ດ້ວຍຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຮູບການທາງອອນລາຍ. 
ຫວຽດນາມ ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  (ພາບ: VGP)

  ກອງປະຊຸມນີ້ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາກົນໄກຮ່ວມມືຫຼັກແຫຼ່ງ ແລະ ກວມລວມທີ່ສຸດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຂຶ້ນກັບເສົາຄ້ຳການເມືອງ - ຄວາມໝັ້ນຄົງຂອງປະຊາຄົມ ອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມ AMMTC 14 ໂດຍກະຊວງຕຳຫລວດ ຫວຽດນາມ ສະເໜີ. ເພື່ອສ້າງອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຕິດພັນກັບການປະຕິບັດວິໄສທັດປະຊາຄົມອາຊຽນ 2020 ແລະ ຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ເອົາໃຈໃສ່ເປັນພິເສດເຖິງການສ້າງປະຊາຄົມດ້ານການເມືອງ - ຄວາມໝັ້ນຄົງໃຫ້ເຂັ້ມແຂງ, ຜ່ານນັ້ນ ຢັ້ງຢືນບົດບາດຂອງກົນໄກກອງປະຊຸມ AMMTC ໃນການແກ້ໄຂບັນດາບັນຫາອາດຊະຍາກຳ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ; ສືບຕໍ່ປັບປຸງການພົວພັນຮ່ວມມື, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນລະຫວ່າງບັນດາປະເທດອາຊຽນ ໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ພົນລະເມືອງ ອາຊຽນ ແລະ ສະກັດກັ້ນບັນດາບັນຫາຂາດສະຖຽນລະພາບທາງສັງຄົມທີ່ເກີດຂຶ້ນຈາກຜົນກະທົບຂອງໂລກລະບາດໂຄວິດ-19.

ຫວຽດນາມ ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ - ảnh 2 ບັນດາຜູ້ແທນຖ່າຍຮູບທີ່ລະນຶກ

            ແລະ ກໍໃນວັນດຽວກັນ, ກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 ( AMMTC 14)  ໄດ້ສຳເລັດເນື້ອໃນທຸກປະການທີ່ໄດ້ວາງອອກໃນໂຄງການດຳເນີນງານ. ສິ້ນສຸດກອງປະຊຸມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນເອກໂຕເລີມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ບັນດາລັດຖະມົນຕີ ອາຊຽນໄດ້ຮັບຮອງເອົາຖະແຫຼງການຮ່ວມຢ່າງເປັນທາງການ. ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານ ພົນເອກໂຕເລີມ ໄດ້ຢືນຢັນວ່າ :

   “ກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14  ແມ່ນພະຍານຫຼັກຖານຢັ້ງຢືນໃຫ້ເຫັນການປັບຕົວໃຫ້ແທດເໝາະ, ເຊື່ອມຈອດຂອງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ, ຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຢ່າງແຂງແຮງ ມຸງໄປສູ່ສະພາບແວດລ້ອມແຫ່ງສັນຕີພາບ, ສະຖຽນລະພາບ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ພ້ອມກັບໝາກຜົນທີ່ບັນລຸໄດ້ຂອງບັນດາກອງປະຊຸມ AMMTC ເມື່ອກ່ອນນີ້, ກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 ແມ່ນບາດກ້າວທີ່ສຳຄັນຕໍ່ໄປເພື່ອຫັນບັນດາເນື້ອໃນການຮ່ວມມື ເປັນລະອຽດ ແລະ ເລິກເຊິ່ງຫຼາຍຂຶ້ນ, ເຂົ້າສູ່ລວງເລິກ ແລະ ແທດຈິງຕາມຈິດໃຈ “ ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ”

    ສິ້ນສຸດວາລະປະຊຸມຄົບຄະນະ ກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14, ຫວຽດນາມໄດ້ມອບບົດບາດເປັນປະທານ AMMTC 15 ໃຫ້ແກ່ ບຣູໄນ ປະເທດມີບົດບາດເປັນປະທານໝູນວຽນ ອາຊຽນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ