ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ປະ​ກັນ​ອ​ນະ​ຄົດ​ທີ່​ປອດ​ໄພ ແລະ ດີ​ງາມ​ໃຫ້​ແກ່​ເດັກ​ນ້ອຍ

(VOVWORLD) -  ວັນທີ 26 ມິຖຸນາ, ຢູ່ ນິວຢອກ ອາເມລິກາ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດ ທີ່ມີຫົວຂໍ້ ປົກປ້ອງເດັກນ້ອຍໃນການປະທະກັນດ້ານອາວຸດ ພາຍໃຕ້ການເປັນປະທານຂອງສ.ເກົາຫຼີ ເຊິ່ງເປັນປະເທດປະທານສະພາຄວາມໝັ້ນຄົງສປຊ ໃນເດືອນນີ້.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ປະ​ກັນ​ອ​ນະ​ຄົດ​ທີ່​ປອດ​ໄພ ແລະ ດີ​ງາມ​ໃຫ້​ແກ່​ເດັກ​ນ້ອຍ - ảnh 1ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: VOV )

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ການຮັບປະກັນການເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ກົດໝາຍມະນຸດສະທຳ ສາກົນ ແມ່ນມີຄວາມໝາຍຫຼັກແຫຼ່ງໃນວຽກງານປົກປ້ອງເດັກນ້ອຍ. ທຸກຝ່າຍທີ່ປະທະກັນຕ້ອງປະຕິບັດຕາມບັນດາພັນທະໃນກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສປຊ, ໃນນັ້ນມີມະຕິສະບັບ 2573 (ປີ 2021) ຂອງສະພາຄວາມໝັ້ນຄົງສປຊ ໂດຍຫວຽດນາມສະເໜີກ່ຽວກັບການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ. ເພື່ອຍົກສູງປະສິດທິຜົນຂອງການປົກປ້ອງເດັກນ້ອຍໃນການປະທະກັນ, ທ່ານຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຖືວ່າ ຄວນເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາປະເທດສະມາຊິກ ແລະ ອົງການທີ່ກ່ຽວຂ້ອງຂອງສປຊ. ຫວຽດນາມ ຢັ້ງຢືນຈະຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ, ສປຊ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນການສະກັດກັ້ນ, ແກ້ໄຂການປະທະກັນ, ປະກອບສ່ວນຮັບປະກັນອະນາຄົດທີ່ປອດໄພ ແລະ ດີງາມໃຫ້ແກ່ເດັກນ້ອຍໝົດທຸກຄົນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ