ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມມອບ​ສິດ​ໃຫ້​ແມ່​ຍິງ​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) -ຕາມທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການພັດທະນາ ສປຊ (UNDP)  ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ພວມມານະພະຍາຍາມມອບສິດໃຫ້ແກ່ແມ່ຍິງຢູ່ເຂດຫ່າງໄກສອກຫຼີກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມມອບ​ສິດ​ໃຫ້​ແມ່​ຍິງ​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການພັດທະນາ ສປຊ (UNDP) (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ, ທ່ານນາງ Caitlin Wiesen ໄດ້ຕີລາຄາສູງໝາກຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ດ້ວຍອັດຕາສະມາຊິກສະພາແຫ່ງຊາດຍິງ ກວມເອົາ 30,26%, ເພີ່ມຂຶ້ນ 3,54% ເມື່ອທຽບໃສ່ກັບອາຍຸການກ່ອນ. ທ່ານນາງ Caitlin Wiesen ກໍ່ເນັ້ນໜັກວ່າ ຄວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນຊີວິດການເມືອງໃຫ້ຫຼາຍກວ່າອີກ ແລະ ອົງການ UNDP ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ໃນຄວາມມານະພະຍາຍາມນີ້. ທ່ານນາງ Caitlin Wiesen ກໍ່ຖືວ່າ ການມອບສິດດ້ານເສດຖະກິດ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ ຈະຊ່ວຍໃຫ້ລັດຖະບານບັນດາປະເທດ ແລະ ປະຊາຊົນຟື້ນຟູຢ່າງແຮງ ແລະ ຍືນຍົງ, ພ້ອມທັງສະເໜີວ່າ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນການປະດິດຄິດສ້າງ ແລະ ພັດທະນາເສດຖະກິດ, ຄວນຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນເພື່ອຮັບປະກັນວ່າ ແມ່ຍິງ ແລະ ເດັກນ້ອຍຍິງຈະບໍ່ຖືກປະໄວ້ຢູ່ທາງຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ