ຫວຽດນາມ ມານະພະຍາຍາມລົບລ້າງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ

(VOVWORLD) - ວຽກງານຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດໄດ້ດຳເນີນຊີວິດສາສະໜາ ແລະ ຈົດທະບຽນກຸ່ມສາສະໜາ, ພິເສດແມ່ນສຳລັບສາສະໜາໂປເຕສະຕັງ...
ຫວຽດນາມ ມານະພະຍາຍາມລົບລ້າງການຄ້າມະນຸດ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ - ảnh 1ທ່ານ ຫງວຽນວັນກິ້, ຮອງຫົວໜ້າຫ້ອງວ່າການຜູ້ປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານ ເຂົ້າຮ່ວມ ແລະ ກ້າວຄຳເຫັນທີ່ພິທີ

ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານສິດທິມະນຸດແຂວງລາຍເຈົາປີ 2022 ໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນ ລາຍເຈົາ. ນະທີ່ນີ້, ນັກຂ່າວຂອງບັນດາອົງການສື່ມວນຊົນໄດ້ຮັບຂ່າວກ່ຽວກັບໝາກຜົນຂອງການຜັນຂະຫຍາຍບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ພັດທະນາເສດຖະກິດ, ນະໂຍບາຍມະຫາສາມັກຄີທົ່ວປວງຊົນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສຳລັບປະຊາຊົນ, ພິເສດແມ່ນປະຊາຊົນເຜົ່າສ່ວນໜ້ອຍ; ວຽກງານຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດໄດ້ດຳເນີນຊີວິດສາສະໜາ ແລະ ຈົດທະບຽນກຸ່ມສາສະໜາ, ພິເສດແມ່ນສຳລັບສາສະໜາໂປເຕສະຕັງ. ພ້ອມນັ້ນ, ກໍ່ເຂົ້າໃຈແຈ້ງກ່ວາກ່ຽວກັບປະສິດທິຜົນ ຂອງການຜັນຂະຫຍາຍຕຳຫຼວດຕາແສງເຂົ້າໃນກຳລັງຕຳຫຼວດທາງການ, ຮັບປະກັນບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຖືກຕ້ອງຕາມກົດໝາຍຂອງປະຊາຊົນທ້ອງຖິ່ນ; ຕໍ່ສູ້, ຄັດຄ້ານບັນດາຂໍ້ມູນຂ່າວທີ່ຖືວ່າ ລັດຖະບານ ຫວຽດນາມ ບໍ່ທັນໄດ້ເອົາໃຈໃສ່ເຖິງປະຊາຊົນເຜົ່າສ່ວນໜ້ອຍ, ບັນດາບໍລິເວນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ບັນດາຖ້ອຍທຳນອງທີ່ກ່າວຫາ ຫວຽດນາມ ລະເມີດປະຊາທິປະໄຕ, ສິດທິມະນຸດ; ພິເສດແມ່ນບັນດາຄວາມານະພະຍາຍາມຂອງແຂວງ ລາຍເຈົາ ໃນວຽກງານລົບລ້າງໄພຄ້າມະນຸດກໍ່ຄືໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກໄພຄ້າມະນຸດທີ່ໄດ້ຮັບການຊ່ວຍເຫຼືອກັບຄືນທ້ອງຖິ່ນສ້າງຊິວິດໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ