ຫວຽດນາມ ມານະພະຍາຍາມຫັນພື້ນຖານລັດຖະການເປັນທັນສະໄໝ, ເພີ່ມທະວີການບໍລິຫານປະເທດຊາດ

(VOVWORLD) - ໃນຂອບເຂດການເຮັດວຽກທາງການເປັນເວລາ 3 ມື້ (ແຕ່ວັນທີ 3 – 5 ສິງຫາ), ໄດ້ຈັດເວທີປາໄສກ່ຽວກັບການບໍລິຫານປະເທດຊາດເປັນຢ່າງດີ ອາຊຽນ+3; ກອງປະຊຸມຜູ້ນຳ ບັນດາພື້ນຖານລັດຖະການ ອາຊຽນ
ຫວຽດນາມ ມານະພະຍາຍາມຫັນພື້ນຖານລັດຖະການເປັນທັນສະໄໝ, ເພີ່ມທະວີການບໍລິຫານປະເທດຊາດ - ảnh 1
ທ່ານນາງ ຟ້າມທິແທັງຈ່າ, ລັດຖະມົນຕີກະຊວງພາຍໃນ (ພາບ: Văn Điệp/TTXVN)

ກອງປະຊຸມ ACCSM 21- ເຊິ່ງເປັນກອງປະຊຸມຂັ້ນສູງບັນດາຜູ້ນຳພື້ນຖານລັດຖະການບັນດາປະເທດ ອາຊຽນ, ອາຊຽນ+3 (ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) , ບັນດາປະເທດຄູ່ເຈລະຈາ (ອົດສະຕາລີ) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 3 ສິງຫາ ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ “ຫັນພື້ນຖານລັດຖະການ ເປັນທັນສະໄໝ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ປັບຕົວ” ໃຫ້ແທດເໝາະ, ກອງປະຊຸມໂດຍ ຫວຽດນາມ, ປະທານໝູນວຽນຂອງການຮ່ວມມື ອາຊຽນ ກ່ຽວກັບບັນດາບັນຫາລັດຖະການຄັ້ງທີ 21, ເປັນເຈົ້າພາບຈັດຕັ້ງ.

        ໃນຂອບເຂດການເຮັດວຽກທາງການເປັນເວລາ 3 ມື້ (ແຕ່ວັນທີ 3 – 5 ສິງຫາ), ໄດ້ຈັດເວທີປາໄສກ່ຽວກັບການບໍລິຫານປະເທດຊາດເປັນຢ່າງດີ ອາຊຽນ+3; ກອງປະຊຸມຜູ້ນຳ ບັນດາພື້ນຖານລັດຖະການ ອາຊຽນ, ອາຊຽນ+3… ກອງປະຊຸມມີຄວາມໝາຍສຳຄັນປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດແນວທາງການຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງ ຫວຽດນາມ; ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ຮອບດ້ານ ແລະ ຍາວນານລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ສະແດງຄວາມຮັບຜິດຊອບ ແລະ ໜ້າທີ່ຂອງ ຫວຽດນາມ ໃນການຮ່ວມມືອາຊຽນ ກ່ຽວກັບບັນດາບັນຫາທາງລັດຖະການ.

ຕອບກັບ

ຂ່າວ/ບົດ​ອື່ນ