ຫວຽດນາມ - ມາລົກ ມານະພະຍາຍາມເພີ່ມທະວີການພົວພັນ 2 ຝ່າຍ

(VOVWORLD) -  ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນສະພາຕ່ຳ ມາລົກ ແມ່ນຈຸດເດັ່ນໃນການພົວພັນອັນດີງາມລະຫວ່າງບັນດາອົງການນິຕິບັນຍັດເວົ້າສະເພາະ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດເວົ້າລວມ.
 
ຫວຽດນາມ - ມາລົກ ມານະພະຍາຍາມເພີ່ມທະວີການພົວພັນ 2 ຝ່າຍ - ảnh 1ທ່ານ Habib El Malki ແລະ ທ່ານ ຫງວຽນຟູ໋ຈ້ອງ

ວັນທີ 19 ທັນວາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ Habib El Malki, ປະທານສະພາຕ່ຳ ລາຊະອານາຈັກ ມາລົກ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນສະພາຕ່ຳ ມາລົກ ແມ່ນຈຸດເດັ່ນໃນການພົວພັນອັນດີງາມລະຫວ່າງບັນດາອົງການນິຕິບັນຍັດເວົ້າສະເພາະ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດເວົ້າລວມ. ທ່ານເລຂາທິການໃຫຍ່ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງມາລົກ ໃນພາກພື້ນ ຕາເວັນອອກກາງ  - ອາຟຣີກາເໜືອ; ພ້ອມທັງ ສະເໜີໃຫ້ 2 ຝ່າຍມານະພະຍາຍາມເພີ່ມທະວີການຮ່ວມມືລະຫວ່າງການນຳ 2 ຝ່າຍ, ເສີມຂະຫຍາຍບັນດາກົນໄກຮ່ວມມື, ສົ່ງເສີມຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂະແໜງການ, ທຸກຂັ້ນ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ