ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືຮອບດ້ານ

(VOVWORLD) - ຕອນເຊົ້າວັນທີ 17 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະເຈລະຈາກັບທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung Suu Kyi. ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການພົບປະເຈລະຈາ, ເຊັນບັນດາຂໍ້ຕົກລົງ.
ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືຮອບດ້ານ - ảnh 1 ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືຮອບດ້ານ

        ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung Suu Kyi ໄດ້ຢືນຢັນວ່າ: ຈະສືບຕໍ່ອຳນວຍຄວາມສະດວກ, ຫລຸດຜ່ອນຮົ້ວກີດຂວາງເຕັກນິກການສົ່ງອອກ ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ມີກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ມຽນມາ ກ່ວາ.

        ການນຳ 2 ທ່ານກໍ່ໄດ້ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນ ທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງຄື: ກະສິກຳ, ໂທລະຄົມມະນາຄົມ, ຂຸດຄົ້ນບໍ່ແຮ່, ພະລັງງານ, ການກໍ່ສ້າງ…2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຂອງສະຫະປະຊາຊາດ, ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີປະສິດທິຜົນ, ແທດຈິງຢ່າງຄົບຖ້ວນ.

        ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມືສຳຄັນ 3 ສະບັບ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນທີ່ສຸດ ເຊິ່ງພວກຂ້າພະເຈົ້າມີຄວາມປະທັບໃຈແມ່ນດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດພັດທະນາຢ່າງວ່ອງໄວ. ມາຮອດປີນີ້, ການຄ້າ 2 ປະເທດບັນລຸລື່ນກາຍຄາດຄະເນ 1 ຕື້ USD. ຫວຽດນາມ ແມ່ນປະເທດລົງທຶນນອນໃນກຸ່ມນຳໜ້າເຂົ້າ ມຽນມາ ດ້ວຍໂຄງການລົງທຶນກ່ວາ 20 ແຫ່ງ. ບັນຫາທະເລຕາເວັນອອກ, ພວກຂ້າພະເຈົ້າໄດ້ປຶກສາຫາລື ແລະ ສະໜັບສະໜູນທັດສະນະຂອງ ອາຊຽນ ແມ່ນສ້າງທະເລຕາເວັນອອກສັນຕິພາບ, ປະຕິບັດຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຂອງສະຫະປະຊາຊາດ. ມຽນມາ ກໍ່ສ້າງເງື່ອນໄຂສະໜັບສະໜູນ ຫວຽດນາມ ປະຕິບັດບົດບາດເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 2021 ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ