ຫວຽດ​ນາມ ມີ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ​ເພື່ອ​ເຂົ້າ​ຮ່ວມ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

(VOVWORLD) -  ຕອນເຊົ້າວັນທີ 6 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ ເຮັດແຈ້ງບາງບັນຫານອນໃນ 4 ໝວດເນື້ອໃນຊັກຖາມ ແລະ ຕອບຄຳຊັກຖາມໂດຍກົງ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ XV...
ຫວຽດ​ນາມ ມີ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ​ເພື່ອ​ເຂົ້າ​ຮ່ວມ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ (ພາບ: quochoi.vn)

ກ່ຽວກັບຄໍາຖາມຂອງສະມາຊິກສະພາແຫ່ງຊາດກ່ຽວຂ້ອງເຖິງໂອກາດຂອງ ຫວຽດນາມ ໃນການເຂົ້າຮ່ວມຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານແຜນຮ່າງເພື່ອກະກຽມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດສຳລັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ. ໄປຄຽງຄູ່ກັນນັ້ນ, ຢູ່ພາຍໃນປະເທດ, ມີວິສາຫະກິດຫຼາຍແຫ່ງລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ລົງທຶນໃນຂົງເຂດເສດຖະກິດດີຈີຕອນ, ເຕັກໂນໂລຢີສູງ ໄດ້ລົງທຶນຢູ່ ຫວຽດນາມ . ບັນດາວິສາຫະກິດ ຫວຽດນາມ ກໍພັດທະນາຢ່າງແຮງກ່ຽວກັບການດຳເນີນທຸລະກິດດີຈີຕອນ, ໃນໄລຍະຜ່ານມາ, ການເຕີບໂຕ ແລະ ປະກອບສ່ວນຂອງຂະແໜງເສດຖະກິດດີຈີຕອນ ບັນລຸ 12% - 15%. ພິເສດ, ຫວຽດນາມ ເອົາໃຈໃສ່ເຖິງການສິດສອນ, ບຳລຸງສ້າງຢ່າງຮອບດ້ານຢູ່ມະຫາວິທະຍາໄລ, ນັບແຕ່ຂົງເຂດເຕັກໂນໂລຢີຂໍ້ມູນຂ່າວ ຕະຫຼອດຮອດຟີຊິກ, ວັດສະດຸ... ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມຂະແໜງນີ້ຢ່າງເລິກເຊິ່ງ.

        “ກ່ຽວກັບມາດຕະການໃນໄລຍະຍາວ, ພວກເຮົາຕ້ອງເອົາໃຈໃສ່ເຖິງການກໍ່ສ້າງຊັບພະຍາກອນມະນຸດຢູ່ມະຫາວິທະຍາໄລ, ບຳລຸງສ້າງເພີ່ມເຕີມບັນດານັກວິສະວະກອນ ເພື່ອເຂົ້າຮ່ວມລະບົບນີ້ໄດ້ຢ່າງທັນການ. ໄປຄຽງຄູ່ກັບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ພວກເຮົາມີທ່າໄດ້ປຽບນັ້ນແມ່ນ ກຳລັງແຮງງານຢູ່ຕ່າງປະເທດຫຼາຍ, ຊາວ ຫວຽດນາມ ຢູ່ ຕ່າງປະເທດໄດ້ເຂົ້າຮ່ວມ ແລະ ມີກຳລັງຄວາມສາມາດເຂົ້າຮ່ວມຂົງເຂດນີ້”.

          ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຍັງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຄວບຄຸມໄພເງິນເຟີ້, ນະໂຍບາຍສົກປີການເງິນ, ແກ້ໄຂການເໜັງຕິງຂອງລາຄາຄຳ, ບັນດານະໂຍບາຍເພື່ອໜູນຊ່ວຍການກະຕຸ້ນການບໍລິໂພກ ເພື່ອຮັບປະກັນໃຫ້ຂະແໜງຜະລິດ ແລະ ເສດຖະກິດພັດທະນາ, ມາດຕະການເພື່ອແກ້ໄຂສະພາບການມົນລະພິດສິ່ງແວດລ້ອມຢ່າງຂາດຂັ້ນ...

ຕອບກັບ

ຂ່າວ/ບົດ​ອື່ນ