ຫວຽດນາມ ມີແຜນນະໂຍບາຍດຶງດູດ, ຮ່ວມມືລົງທຶນຕ່າງປະເທດທີ່ມີເຕັກໂນໂລຊີສູງ ແລະ ປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນ ຈົ່ງເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດ
ຫວຽດນາມ ມີແຜນນະໂຍບາຍດຶງດູດ, ຮ່ວມມືລົງທຶນຕ່າງປະເທດທີ່ມີເຕັກໂນໂລຊີສູງ ແລະ ປົກປັກຮັກສາສິ່ງແວດລ້ອມ - ảnh 1(ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້
ກຸ່ມບໍລິສັດ, ວິສາຫະກິດ ມາລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດ)

ທີ່ກອງປະຊຸມ “ສົນທະນາກັບນາຍົກລັດຖະມົນຕີ ຫວຽດນາມ ຢູ່ COP 26” ໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທະນາຄານ Standard Chartered ດຳເນີນໃນຕອນບ່າຍວັນທີ 01 ພະຈິກ (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນ ຈົ່ງເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດ ແລະ ບຸລິມະສິດພິເສດຄື ເຕັກໂນໂລຊີສູງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປົກປັກຮັກສາສິ່ງແວດລ້ອມ ຫຼື ພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:

        “ພວກຂ້າພະເຈົ້າລ້ວນແຕ່ຢືນຢັນວ່າ ບັນດານັກລົງທຶນທີ່ມາລົງທຶນຢູ່ຫວຽດນາມ, ນອກຈາກບັນດາປັດໄຈອື່ນແລ້ວ, ປັດໄຈຕັດສິນຕົ້ນຕໍຍັງແມ່ນມະນຸດ. ພວກຂ້າພະເຈົ້າຖືມະນຸດທັງແມ່ນເປົ້າໝາຍ, ແມ່ນກຳລັງໜູນ, ເປັນໃຈກາງ, ເປັນເຈົ້າຂອງ ຂອງວິວັດທະນາການແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ສ້າງສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ”.

        ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ ກຸ່ມບໍລິສັດ, ວິສາຫະກິດ ມາລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດ ແລະ ໃຫ້ບຸລິມະສິດພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ