ຫວຽດ​ນາມ ຢັ້ງ​ຢືນ ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ກັບ​ມາ​ຈາກ​ຕ່າງ​ປະ​ເທດ ຕື່ມ​ອີກ 02 ຄົນ​

(VOVWORLD) -  ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ວັນທີ 12 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີກໍລະນີຕິດເຊື້ອໂຄວິດ - 19 ກັບມາຈາກຕ່າງປະເທດຕື່ມອີກ 02 ຄົນ. 
ຫວຽດ​ນາມ ຢັ້ງ​ຢືນ ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ກັບ​ມາ​ຈາກ​ຕ່າງ​ປະ​ເທດ ຕື່ມ​ອີກ 02 ຄົນ​ - ảnh 1 (ພາບປະກອບ: ກະຊວງສາທາລະນະສຸກ)

ສອງກໍລະນີດັ່ງກ່າວ ໄດ້ແຍກຕົວພາຍຫຼັງເຂົ້າເມືອງໃນທັນທີ ແລະບໍ່ສາມາດຕິດແປດໃນຊຸມຊົນຕື່ມອີກ. ວັນທີ 9 ກໍລະກົດ 2020, ຄົນເຈັບສອງຄົນດັ່ງກ່າວໄດ້ຂີ່ເຮືອບິນໝາຍເລກ VN5062 ແຕ່ສະຫະພັນລັດເຊຍ ກັບເມືອ ຫວຽດນາມ. ພາຍຫຼັງແຈ້ງໜັງສືເຂົ້າເມືອງຢູ່ສະໜາມບິນສາກົນ ເກິ່ນເທີ, ເຂົາເຈົ້າໄດ້ແຍກຕົວລວມໝູ່ຢູ່ແຂວງ ບາກລຽວ. ວັນທີ 10 ກໍລະກົດ 2020, ໄດ້ປະຕິບັດການວິໄຈ ແລະ ໃຫ້ຜົນເປັນບວກ ກັບເຊື້ອໄວຣັດ SAR-CoV-2. ປັດຈຸບັນ, ຄົນເຈັບສອງຄົນດັ່ງກ່າວ ພວມໄດ້ແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍຫຼາຍຂະແໜງ ແຂວງ ບາກລຽວ.

ຕອບກັບ

ຂ່າວ/ບົດ​ອື່ນ