ຫວຽດນາມ ຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ

ຫວຽດນາມ ຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 07/10, ​​ເວັບ​ໄຊ​ຂ່າວ​ຄາວ ​ໄຮ​ໜານ (ຈີນ) ​ໄດ້​​ໃຫ້​ຂ່າວ​ວ່າ, ຈີນ ​ໄດ້ສຳ​ເລັດ​ການເປີດ​ກວ້າງ ທັດສະນີ​ຍະ​ພາບ, ກໍ່ສ້າງ​ລານ​ບິນທີ່​ມີ​ລວງ​ຍາ​ວ 2.000 ມ ພ້ອມ​ກັບ​ເຄື່ອງ​ອຸປະກອນ​ໜູນຊ່ວຍ​ຢູ່​ເກາະ ຟຸ໋​ເລີມ, ຂຶ້ນ​ກັບ​ໝູ່​ເກາະ ຮ່ວາງ​ຊາ ຂອງຫວຽດນາມ. ວັນ​ທີ 09/10, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ໂດຍ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ກໍ່​ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ, ຫວຽດນາມ ມີ​ພະຍານ​ຫຼັກຖານດ້ານ​ກົດໝາຍ ​ແລະ ປະຫວັດສາດ​ຢ່າງ​ພຽງພໍ ​ເພື່ອ​ຢັ້ງຢືນ​ອະທິປະ​​ໄຕ​ຂອງ​ຕົນ​ສຳລັບ 2 ໝູ່​​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ ທີ່​ໄດ້​ລົງ​ນາມ​ເມື່ອ​ເດືອນ 10/2011, ​ໄປ​ຝືນ​ກັບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ; ລະ​ເມີດ​ກົດໝາຍ​ສາກົນ, ​ເຮັດ​​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ເຄັ່ງ​ຕຶ້ງ ​ແລະ ສັບ​ສົນ, ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດສຳລັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ເລ​ຫາຍ​ບິງ ຊີ້​ແຈ້ງວ່າ, ຫວຽດນາມ ຕັດສິນ​ໃຈ​ຄັດ​ຄ້ານການ​ກະທຳ​ລະ​ເມີດ​ກົດໝາຍ​ດັ່ງກ່າວ​ຂອງ​ຈີນ, ຮຽກຮ້ອງ​ໃຫ້​ຈີນ ​ເຄົາລົບ​ອະທິປະ​ໄຕ​ຂອງຫວຽດນາມ ​ເພື່ອ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົາ​​ໃນ​ການພັດທະນາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຈີນ. ກໍ່​ຄື​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ