ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ກ່ຽວ​ກັບ​ການ​ ສະ​ໜັບ​ສະ​ໜູນ​ວິ​ທີ​ກ​ານ​ແກ້​ໄຂ​ຢ່າງ​ຮອບ​ດ້ານ ແລະ​ ຍາວ​ນານ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ​່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມວິຕົກກັງວົນຂອງບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ແລະ ປະຊາຄົມສາກົນ ກ່ຽວກັບແຜນການດັ່ງກ່າວຂອງອິດສະລາແອັນ. 

ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ກ່ຽວ​ກັບ​ການ​ ສະ​ໜັບ​ສະ​ໜູນ​ວິ​ທີ​ກ​ານ​ແກ້​ໄຂ​ຢ່າງ​ຮອບ​ດ້ານ ແລະ​ ຍາວ​ນານ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ​່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ກອງປະຊຸມທາງອອນລາຍປຶກສາຫາລືປະຈຳປີກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ

(ພາບ: TTXVN) 

ວັນທີ 21 ກໍລະກົດ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືປະຈຳປີກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນໃນຫວ່າງມໍ່ໆມານີ້. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດປະຈຳ ສປຊ ເກືອບທັງໝົດລ້ວນແຕ່ສະແດງຄວາມວິຕົກກັງວົນ ແລະ ຄັດຄ້ານແຜນການໂຮມດິນແດນຂອງອິດສະລາແອັນ, ຖືນີ້ແມ່ນການລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ໃນນັ້ນ ມີກົດບັດສປຊ ແລະ ບັນດາມະຕິຂອງ ສປຊ.

        ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມວິຕົກກັງວົນຂອງບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ແລະ ປະຊາຄົມສາກົນ ກ່ຽວກັບແຜນການດັ່ງກ່າວຂອງອິດສະລາແອັນ. ຖ້າຫາກວ່າໄດ້ປະຕິບັດ, ແຜນການຈະສ້າງຜົນກະທົບຢ່າງຮ້າຍແຮງເຖິງຄວາມຄົງຕົວຂອງ ວິທີການແກ້ໄຂສອງລັດ, ກໍ່ຄືຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ, ເຮັດໃຫ້ສະພາບການມະນຸດສະທຳເຊິ່ງຊາວປາແລັດສະຕິນພວມຕ້ອງປະເຊີນໜ້າຮ້າຍແຮງຕື່ມອີກ. ທ່ານເອກອັກຄະລັດຖະທູດກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ຊາວປາແລັດສະຕິນໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນມີງົບປະມານໃຫ້ແກ່ UNRWA.

ຕອບກັບ

ຂ່າວ/ບົດ​ອື່ນ