ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ທ​ະ​ເລ

(VOVWORLD) -   ມີຫຼາຍຄຳຄິດຄເຫັນຢັ້ງຢືນວ່າ ບົດກ່າວປາໄສ ແລະ ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ ຍ້ອນໄດ້ເຊີດຊູກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະ ມີຄວາມແທດຈິງສຳລັບແຕ່ລະປະເທດ.
ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ທ​ະ​ເລ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ເຫດການທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລືເປີດຂັ້ນສູງແບບທາງໄກ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງຢູ່ທະເລ: ຂົງເຂດຮ່ວມມືສາກົນ” ແລະ ມີບົດກ່າວປາໄສສຳຄັນ ພ້ອມດ້ວຍຂໍ້ສະເໜີທີ່ແທດຈິງ ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ທະເລຢ່າງມີປະສິດທິຜົນ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາປະເທດ, ວົງການນັກຊ່ຽວຊານ, ນັກຮຽນຮູ້ ແລະ ເພື່ອນມິດສາກົນ.

        ມີຫຼາຍຄຳເຫັນຢັ້ງຢືນວ່າ ບົດກ່າວປາໄສ ແລະ ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ ຍ້ອນໄດ້ເຊີດຊູກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະ ມີຄວາມແທດຈິງສຳລັບແຕ່ລະປະເທດ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ ຜູ້ຕາງໜ້າຫຼາຍປະເທດທີ່ເຂົ້າຮ່ວມ ກຸ່ມເພື່ອນມິດຂອງ UNCLOS 1982 ເຊິ່ງເປັນກຸ່ມທີ່ເຕົ້າໂຮມເກືອບ 100 ປະເທດ ຫາກໍໄດ້ເປີດຕົວເມື່ອວັນທີ 30 ມິຖຸນາ ຜ່ານມາ ຕາມຂໍ້ສະເໜີໂດຍ ຫວຽດນາມ ແລະ ເຢຍລະມັນລິເລີ່ມ ໄດ້ຕີລາຄາສູງຕໍ່ບົດກ່າວປາໄສຂອງການນຳ ຫວຽດນາມ, ພິເສດ ເມື່ອທ່ານນາຍົກລັດຖະມົນ ຟ້າມມິງຈິງ ໄດ້ຢັ້ງຢືນ UNCLOS 1982 ແມ່ນກອບກົດໝາຍທີ່ຮອບດ້ານ, ດັດສົມບັນດາການເຄື່ອນໄຫວທັງໝົດຢູ່ທະເລ ແລະ ມະຫາສະໝຸດ, ຢັ້ງຢືນຄຸນຄ່າຂອງກົດໝາຍວ່າດ້ວຍທະເລ ແມ່ນໄດ້ສ້າງກອບນິຕິກຳສຳຄັນເພື່ອແກ້ໄຂການຂັດແຍ້ງຕ່າງໆຢູ່ທະເລໂດຍສັນຕິວິທີ.

        ທ່ານປະລິນຍາເອກ Gerhard Will, ອະດີດນັກຊ່ຽວຊານກ່ຽວກັບທະເລຕາເວັນອອກຂອງ ສະຖາບັນວິທະຍາສາດ ແລະ ການເມືອງ ເຢຍລະມັນ ໄດ້ຊີ້ແຈ້ງວ່າ ບົດກ່າວປາໄສດັ່ງກ່າວ ອີກຄັ້ງໜຶ່ງຢັ້ງຢືນທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງຂອງ ຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ ແລະ ແກ້ໄຂການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີ, ກໍຄືສະເໜີບັນດາມາດຕະການລະອຽດໃນບັນຫານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງ ຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນການເດີນເຮືອໃນພາກພື້ນ. ທ່ານປະລິນຍາເອກ Gerhard Will ຖືວ່າ ບັນດາຂໍ້ສະເໜີຂອງ ຫວຽດນາມ ແມ່ນເໝາະສົມ ກັບສະພາບການຕົວຈິງ, ອັນໄດ້ສະແດງໃຫ້ເຫັນລັກສະນະເປັນເຈົ້າການ, ຕັ້ງໜ້າ ແລະ ຄວາມຮັບຜິດຊອບສູງຂອງ ຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍລວມ.

ຕອບກັບ

ຂ່າວ/ບົດ​ອື່ນ