ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) - ວັນທີ 09 ກັນຍາ ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດ ດ້ວຍຫົວຂໍ້ “ເພີ່ມທະວີການເຄື່ອນໄຫວຮັກສາສັນຕິພາບ: ຄໍານຶງເຖິງອະນາຄົດ” ພາຍໃຕ້ການເປັນເຈົ້າພາບຂອງ ສະໂລເວີເນຍ, ປະເທດປະທານສະພາຄວາມໝັ້ນຄົງເດືອນກັນຍາ 2024.
  ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຢູ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມ ເພື່ອຮັກສາການເຄື່ອນໄຫວສັນຕິພາບຂອງ ສປຊ ໃຫ້ມີປະສິດທິຜົນ ແລະ ຮັບມືໄດ້ເປັນຢ່າງດີກວ່າເກົ່າ, ດ້ວຍໜ້າທີ່ຈະແຈ້ງ ແລະ ມີຄວາມເປັນໄປໄດ້, ພ້ອມທັງໄດ້ຈັດແບ່ງແຫຼ່ງກຳລັງຢ່າງຄົບຖ້ວນ. ໃນວິວັດທະນາການນັ້ນ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາຄວາມໝັ້ນຄົງ ກັບປະເທດ ເຈົ້າພາບ ແລະ ບັນດາປະເທດທີ່ຈັດສົ່ງກຳລັງ, ກໍຄືການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ.       

ເມື່ອເນັ້ນໜັກເຖິງການສະໜັບສະໜູນ ແລະ ການຖືເປັນສຳຄັນຂອງ ຫວຽດນາມ ກັບໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການເຂົ້າຮ່ວມ, ການປະກອບສ່ວນຂອງແມ່ຍິງເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບ, ກໍຄື ສະກັດກັ້ນການໃຊ້ຄວາມຮຸນແຮງດ້ວຍທຸກຮູບແບບ ແລະ ໄພນາບຂູ່ຕໍ່ຄວາມໝັ້ນຄົງ, ປອດໄພ ທີ່ມາຈາກອະຄະຕິ ແລະ ຄວາມໄຮ້ຍຸຕິທຳລະຫວ່າງຍິງ - ຊາຍ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ