ຫວຽດນາມ ຢັ້ງຢືນຈະມຸ່ງໄປເຖິງການພັດທະນາພະລັງງານຂຽວ,ຍືນຍົງ

(VOVWORLD) - ຈຸດພົ້ນເດັ່ນຂອງກອງປະຊຸມຂັ້ນສູງຄັ້ງນີ້ແມ່ນບັນດາຂໍ້ສະເໜີແນະນະໂຍບາຍຂອງກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ດ້ວຍເປົ້າໝາຍຊຸກຍູ້ການພັດທະນາຂອງຂະແໜງພະລັງງານ ຫວຽດນາມ ໃນ 5 ຂົງເຂດບຸລິມະສິດ...
ຫວຽດນາມ ຢັ້ງຢືນຈະມຸ່ງໄປເຖິງການພັດທະນາພະລັງງານຂຽວ,ຍືນຍົງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມຂັ້ນສູງຂອງກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ຄັ້ງທີ 2 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ. ຈຸດພົ້ນເດັ່ນຂອງກອງປະຊຸມຂັ້ນສູງຄັ້ງນີ້ແມ່ນບັນດາຂໍ້ສະເໜີແນະນະໂຍບາຍຂອງກຸ່ມຄູ່ຮ່ວມມືພະລັງງານ ຫວຽດນາມ ດ້ວຍເປົ້າໝາຍຊຸກຍູ້ການພັດທະນາຂອງຂະແໜງພະລັງງານ ຫວຽດນາມ ໃນ 5 ຂົງເຂດບຸລິມະສິດ, ນັ້ນແມ່ນ: ພະລັງງານຜະລິດຄືນໃໝ່, ປະສິດທິຜົນຂອງພະລັງງານ, ສ້າງໂຄງປະກອບຂະແໜງພະລັງງານ, ການສຳຜັດພະລັງງານ ແລະ ຖານຂໍ້ມູນ ແລະ ສະຖິຕິພະລັງງານ.  ທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມ, ທ່ານ ດັ້ງຮ່ວາງອານ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ໃຫ້ຮູ້ວ່າ: ຫວຽດນາມ ສົ່ງເສີມບັນດາໂຄງການພະລັງງານໄຟຟ້າຈາກແສງຕາເວັນ:

        “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ລັດ ແລະ ກະຊວງອຸດສາຫະກຳ ການຄ້າ ແມ່ນສົ່ງເສີມພັດທະນາພະລັງງານຜະລິດຄືນໃໝ່. ແຕ່ຫວ່າງແລ້ວນີ້, ເຊິ່ງກ່ຽວຂ້ອງເຖິງພື້ນຖານໂຄງລ່າງ, ກະຊວງພວມຊີ້ນຳປະຕິບັດຄືນແຜນການພັດທະນາພະລັງງານໄຟຟ້າຢູ່ບັນດາທ້ອງຖິ່ນ ແລະ ວາງແຜນກຳນົດພັດທະນາພະລັງງານໄຟຟ້າແຫ່ງຊາດ, ໂດຍມອບໃຫ້ບັນດາຫົວໜ່ວຍທີ່ມີຄວາມຮັບຜິດຊອບໃນການພັດທະນາຕາໜ່າງໄຟຟ້າແມ່ນຕ້ອງແກ້ໄຂບັນດາຈຸດຕິດຂັດກ່ຽວກັບດ້ານພື້ນຖານໂຄງລ່າງຢູ່ເຂດຕ່າງໆ, ເພື່ອສ້າງເງື່ອນໄຂໃຫ້ບັນດາໂຄງການໄດ້ຮັບອະນຸຍາດເຊື່ອມຕໍ່ເຂົ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ