ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ສົນ​ທະ​ນາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ

(VOVWORLD) -ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ຊຸກຍູ້ຄວາມດຸ່ນດ່ຽງຢູ່ທັງ 3 ເສົາຄ້ຳຂອງ ສົນທິສັນຍາ ນັ້ນແມ່ນ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຮຽກຮ້ອງໃຫ້ບັນດາປະເທດລົບລ້າງອາວຸດນິວເຄຼຍ ແລະ ເນັ້ນໜັກເຖິງສິດຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ.
ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ສົນ​ທະ​ນາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມຫງອກ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 1 ສິງຫາ,  ກອງປະຊຸມຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມຫງອກ ຢັ້ງຢືນວ່າ ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ຊຸກຍູ້ຄວາມດຸ່ນດ່ຽງຢູ່ທັງ 3 ເສົາຄ້ຳຂອງ ສົນທິສັນຍາ ນັ້ນແມ່ນ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຮຽກຮ້ອງໃຫ້ບັນດາປະເທດລົບລ້າງອາວຸດນິວເຄຼຍ ແລະ ເນັ້ນໜັກເຖິງສິດຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ທ່ານຮອງລັດຖະມົນຕີການຕ່າງປະເທດຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ພັນທະຕ່າງໆໃນຂອບເຂດສົນທິສັນຍາ NPT ກໍຄືບັນດາຄຳໝັ້ນສັນຍາສາກົນອື່ນທີ່ສຳຄັນໃນຂົງເຂດນີ້, ໃນນັ້ນ ມີການຊຸກຍູ້ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບຢູ່ພາກພື້ນ ແລະ ສາກົນ. ໄປຄຽງຄູ່ກັນນັ້ນ, ບັນດາປະເທດຕ້ອງສະຫງວນແຫຼ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີນິວເຄຼຍ ແນໃສ່ຮັບມືກັບສິ່ງທ້າທາຍສາກົນຕ່າງໆໃນປັດຈຸບັນ ເປັນຕົ້ນແມ່ນ ວິກິດການດ້ານສະບຽງອາຫານ ແລະ ພະລັງງານ, ສາທາລະນະສຸກ ແລະ ການປ່ຽນແປງຂອງດິນຟ້າອາກາດ.

        ກອງປະຊຸມ NPT ຄັ້ງນີ້ ດຳເນີນແຕ່ວັນທີ 1 ຫາວັນທີ 26 ສິງຫາ ຈຶ່ງອັດລົງ.

ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ