ຫວຽດນາມ ຢັ້ງຢືນບຸລິມະສິດຮັບປະກັນສິດຂອງຜູ້ອອກແຮງງານຍິງຢູ່ບ່ອນເຮັດວຽກ

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມແຮງງານສາກົນຄັ້ງທີ 107 ລວມມີຜູ້ຕາງໜ້າກົນໄກ 2 ຝ່າຍ: ລັດຖະບານ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ), ຜູ້ອອກແຮງງານ (ສະຫະພັນໃຫຍ່ແຮງງານ ຫວຽດນາມ) ແລະ ຜູ້ນຳໃຊ້ແຮງງານ (ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ).
ຫວຽດນາມ ຢັ້ງຢືນບຸລິມະສິດຮັບປະກັນສິດຂອງຜູ້ອອກແຮງງານຍິງຢູ່ບ່ອນເຮັດວຽກ - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ກອງປະຊຸມແຮງງານສາກົນຄັ້ງທີ 107 ພວມດຳເນີນຢູ່ນະຄອນ Geneva (ປະເທດ ສະວິດ), ແຕ່ວັນທີ 28 ພຶດສະພາ ຫາວັນທີ 8 ມິຖຸນາ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 5.000 ຄົນ ທີ່ມາຈາກ 187 ປະເທດສະມາຊິກອົງການແຮງງານສາກົນ (ILO). ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມແຮງງານສາກົນຄັ້ງທີ 107 ລວມມີຜູ້ຕາງໜ້າກົນໄກ 2 ຝ່າຍ: ລັດຖະບານ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ), ຜູ້ອອກແຮງງານ (ສະຫະພັນໃຫຍ່ແຮງງານ ຫວຽດນາມ) ແລະ ຜູ້ນຳໃຊ້ແຮງງານ (ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ).

        ປີນີ້, ກອງປະຊຸມປະຈຳປີຂອງ ILO ໄດ້ເຕື້ອງເຖິງບັນດາບັນຫາຄື: ການໃຊ້ຄວາມຮຸນແຮງຢູ່ສະຖານທີ່ເຮັດວຽກ, ສະພາບການສິດຂອງຜູ້ອອກແຮງງານໃນທົ່ວໂລກ, ແຮງງານຍິງ, ຄົ້ນຄ້ວາບັນດາວັດຖຸອຸປະກອນກ່ຽວຂ້ອງເຖິງເວລາເຮັດວຽກ, ສົນທະນາກ່ຽວກັບສັງຄົມ, ບັນຫາປະຕິບັດບັນດາມາດຕະຖານ ແລະ ການຮ່ວມມືເພື່ອການພັດທະນາ.

        ວັນທີ 5 ມິຖຸນາ, ຕາງໜ້າໃຫ້ຄະນະຜູ້ແທນລັດຖະບານ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ ILO, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີບົດກ່າວປາໄສ, ໃນນັ້ນ, ຕີລາຄາສູງ ແລະ ສະໜັບສະໜູນຂໍ້ລິເລີ່ມສະຫັດສະວັດຂອງ ILO ກ່ຽວກັບ “ແມ່ຍິງຢູ່ບ່ອນເຮັດວຽກ: ກຳລັງໜູນມຸ່ງໄປເຖິງຄວາມສະເໝີພາບ”

ຕອບກັບ

ຂ່າວ/ບົດ​ອື່ນ