ຫວຽດນາມ ຢັ້ງຢືນ​ມີ 2 ກໍລະນີ​ຕິດ​ເຊື້ອ​ພະຍາດ Covid – 19 ຕື່ມ​ອີກ

(VOVWORLD) -ໄລ່ຮອດຕອນຄໍ່າວັນທີ 23 ມີນາ, ຫວຽດນາມ ໄດ້ກວດພົບ 123 ກໍລະນີຕິດເຊື້ອພະຍາດ Covid – 19, ໃນນັ້ນ ໄດ້ປິ່ນປົວຫາຍດີ 17 ກໍລະນີ.
ຫວຽດນາມ ຢັ້ງຢືນ​ມີ 2 ກໍລະນີ​ຕິດ​ເຊື້ອ​ພະຍາດ Covid – 19 ຕື່ມ​ອີກ - ảnh 1 ໄລ່ຮອດຕອນຄໍ່າວັນທີ 23 ມີນາ, ຫວຽດນາມ ໄດ້ກວດພົບ 123 ກໍລະນີຕິດເຊື້ອພະຍາດ Covid – 19 (ພາບ: tuoitre.vn)

        ຕອນຄໍ່າວັນທີ 23 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ແຈ້ງກ່ຽວກັບ 2 ກໍລະນີຕິດເຊື້ອພະຍາດ  Covid – 19   ໃໝ່ຕື່ມອີີກ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ຫວຽດນາມຂຶ້ນເປັນ 123 ກໍລະນີ. ຕາມນັ້ນແລ້ວ, ຜູ້ຕິດເຊື້ອພະຍາດ Covid – 19  ຄົນທີ 122 ຢູ່ຫວຽດນາມ ແມ່ນເພດຍິງອາຍຸ 24 ປີ, ຖືສັນຊາດຫວຽດນາມ ເຊິ່ງເປັນພະນັກງານຂອງຮ້ານຂາຍເຫຼົ້າຢູ່ ບາງກອກ - ປະເທດໄທ ແລະ ໄດ້ກັບເມືອຫວຽດນາມໃນວັນທີ 20 ມີນາຜ່ານມາ. ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວກໍາລັງໄດ້ຮັບການປິ່ນປົວ ແລະ ແຍກຕົວອອກຢູ່ຕ່າງຫາກຢູ່ນະຄອນດ່າໜັງ. ສ່ວນຜູ້ຕິດເຊື້ອພະຍາດ Covid – 19   ຄົນທີ 123 ກໍແມ່ນເພດຍິງ ອາຍຸ 17 ປີ, ຖືສັນຊາດຫວຽດນາມ ແລະ ພັກອາໄສຢູ່ແຂວງເບັ້ນແຈ. ຜູ້ຕິດເຊື້ອດັ່ງກ່າວດໍາລົງຊີວິດຢູ່ Sarawar  - ມາເລເຊຍ ແລະ ກັບເມືອຫວຽດນາມແຕ່ວັນທີ 17 ມີນາ. ປັດຈຸບັນ, ໄດ້ສົ່ງໄປແຍກຕົວຢູ່ສູນສາທາລະນະສຸກເມືອງບິ່ງດ້າຍ, ແຂວງເບັ໊ນແຈ.

        ດັ່ງນັ້ນ, ໄລ່ຮອດຕອນຄໍ່າວັນທີ 23 ມີນາ, ຫວຽດນາມ ໄດ້ກວດພົບ 123 ກໍລະນີຕິດເຊື້ອພະຍາດ Covid – 19  , ໃນນັ້ນ ໄດ້ປິ່ນປົວຫາຍດີ 17 ກໍລະນີ.


ຕອບກັບ

ຂ່າວ/ບົດ​ອື່ນ