ຫວຽດ​ນາມ ຢັ້ງ​ຢືນ​ມີ​ຊາວ​ຫວຽດ​ນາມ ຄົນ​ໜຶ່ງທີ່ກັບ​ມາ​ຈາກ ອັງ​ໂກ​ລາ ຖືກ​ຕິດ​ເຊື້ອ​ໂຄວິດ - 19

(VOVWORLD) -ຕາມຂ່າວໃນເວລາ 18 ໂມງຂອງວັນທີ 28 ຕຸລາ ຈາກ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຊາວຫວຽດນາມ ຄົນໜຶ່ງ ທີ່ກັບມາຈາກ ອັງໂກລາ ຖືກຕິດເຊື້ອໂຄວິດ - 19.

ປັດຈຸບັນ, ຜູ້ຕິດເຊື້ອໂຄວິດ - 19 ຄົນດັ່ງກ່າວ ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງ ບັກນິງ ແລະ ມີອາການສຸຂະພາບເປັນປົກກະຕິ.

        ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.062 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1.173 ຄົນ, ມີຜູ້ເສຍຊີວິດ 35 ຄົນ. ເປັນອັນວ່າ ຜ່ານ 56 ມື້ແລ້ວ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ