ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍ​ໃໝ່​ຕື່ມ​ອີກ 6 ຄົນ

(VOVWORLD) -ຕາມບົດລາຍງານຂອງສະຖາບັນອະນາໄມວິທະຍາສູນກາງ ໄລ່ຮອດເວລາ 6 ໂມງຂອງວັນທີ 3 ເມສາ 2020 ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 6 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມ ຂຶ້ນເປັນ 233 ຄົນ. 
ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍ​ໃໝ່​ຕື່ມ​ອີກ 6 ຄົນ - ảnh 1ພາບປະກອບ 

5 ກໍລະນີໃນຈຳນວນນີ້ລ້ວນແຕ່ກັບມາຈາກຕ່າງປະເທດ ແລະ ໄດ້ແຍກຕົວປິ່ນປົວຢູ່ຕ່າງຫາກພາຍຫຼັງເຂົ້າເມືອງໃນທັນທີ, ສ່ວນກໍລະນີຍັງເຫຼືອແມ່ນພະນັກງານບໍລິສັດຈຳກັດ ເຈືອງຊິງ.

ໄລ່ມາຮອດປັດຈຸບັນ, ຫວຽດນາມໄດ້ມີ ຄົນເຈັບ 75 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ສົ່ງຕໍ່ຂັ້ນຮາກຖານຕິດຕາມຕື່ມອີກ. ບັນດາຄົນເຈັບທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ຕາມຮາກຖານສາທາລະນະສຸກຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ