ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 13.000 ຄົນ ໃນ 24 ຊົ່ວ​ໂມງ​ຜ່ານ​ມາ

(VOVWORLD) -ວັນທີ 28 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 12.936 ຄົນ.
ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 13.000 ຄົນ ໃນ 24 ຊົ່ວ​ໂມງ​ຜ່ານ​ມາ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ນັບແຕ່ເວລາ 16 ໂມງຂອງວັນທີ 27 ພະຈິກ ຫາເວລາ 16 ໂມງ ຂອງວັນທີ 28 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 12.936 ຄົນ.

ເປັນອັນວ່າ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.210.340 ຄົນ.

ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.712 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 190 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ