ຫວຽດ​ນາມ ຢັ​້​ງ​ຢືນ​ມີ​ຜູ້​ຕິ​ດ​ເຊື້ອ​ໂຄວິດ - 19 ​ຕື່ມ​ອີກ 1 ຄົນທີ່​ມາ​ຈາກ​ ໂປ​ໂລຍ

(VOVWORLD) -ຫວຽດນາມ ໄດ້ປິ່ນປົ່ວຜູ້ຕິດເຊື້ອໂຄວິດ - 19 ຫາຍດີເປັນປົກກະຕິ 1361 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1515 ຄົນ.
ຫວຽດ​ນາມ ຢັ​້​ງ​ຢືນ​ມີ​ຜູ້​ຕິ​ດ​ເຊື້ອ​ໂຄວິດ - 19 ​ຕື່ມ​ອີກ 1 ຄົນທີ່​ມາ​ຈາກ​ ໂປ​ໂລຍ - ảnh 1ສີດນ້ຳຢາຂ້າເຊື້ອ ກະກຽມແກ່ການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ພາບ: tuoitre.vn)

ແຫຼ່ງຂ່າວທີ່ໄດ້ຖະແຫຼງໃນເວລາ 18 ໂມງຂອງວັນທີ 11 ມັງກອນ ຈາກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 10 ມັງກອນ ຮອດເວລາ 18 ໂມງຂອງວັນທີ 11 ມັງກອນ, ຫວຽດນາມ ຢັ້ງຢືນມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກໜຶ່ງຄົນ ເຊິ່ງເປັນນັກຊ່ຽວຊານຖືສັນຊາດ ໂປໂລຍ ເຂົ້າເມືອງ ຫວຽດນາມ ແລະ ໄດ້ປະຕິບັດການແຍກຕົວ ພາຍຫຼັງແຈ້ງເອກະສານເຂົ້າເມືອງຢູ່ສະໜາມບິນ ເຕິນເຊີນເຍິດ ໃນທັນທີ. ປັດຈຸບັນ, ຄົນເຈັບດັ່ງກ່າວ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍກາງສະໜາມ ກູຈີ.

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົ່ວຜູ້ຕິດເຊື້ອໂຄວິດ - 19 ຫາຍດີເປັນປົກກະຕິ 1361 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1515 ຄົນ ແລະ ມີ 35 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ