ຫວຽດ​ນາມ ຢັ້ງ​ຢືນ​ວ່າ ທຸກ​ການ​ຂັດ​ແຍ້ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດໝ​າຍ​ສາ​ກົນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນເຖິງລັກສະນະຮອບດ້ານ, ເຫັນດີເປັນເອກະພາບ ແລະ ສະເໝີຕົ້ນສະເໝີປາຍຂອງ ສົນທິສັນຍາ UNCLOS 1982 ວ່າແມ່ນຂອບເຂດດັດປັບທຸກການເຄື່ອນໄຫວທີ່ໄດ້ນຳໃຊ້ຢູ່ມະຫາສະມຸດ ແລະ ທະເລ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີ ໃນການເດີນເຮືອ ແລະ ປະຕິບັດໂຄງການດຳເນີນງານ ປີ 2030 ເພື່ອການພັດທະນາແບບຍືນຍົງ
ຫວຽດ​ນາມ ຢັ້ງ​ຢືນ​ວ່າ ທຸກ​ການ​ຂັດ​ແຍ້ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດໝ​າຍ​ສາ​ກົນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) 

ກອງປະຊຸມຄົບຄະນະ ແລະ ພິທີອັດກອງປະຊຸມຄັ້ງທີ 30 ຂອງບັນດາປະເທດສະມາຊິກ ຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ໄດ້ດຳເນີນໃນວັນທີ 9 ທັນວາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ໂດຍມີການເຂົ້າຮ່ວມຂອງ ປະເທດສະມາຊິກຂອງສົນທິສັນຍາ ເກືອບ 120 ປະເທດ. ກອງປະຊຸມໄດ້ຮັບຮອງເອົາບັນດາຂໍ້ຕົກລົງວ່າດ້ວຍບລະບຽບການ, ງົບປະມານ, ບຸກຄະລາກອນ ຂອງກອງປະຊຸມ ແລະບັນຫາ ບຸກຄະລາກອນ, ລະບອບເຮັດວຽກຂອງບາງອົງການທີ່ໄດ້ສ້າງຕັ້ງຕາມສົນທິສັນຍາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນເຖິງລັກສະນະຮອບດ້ານ, ເຫັນດີເປັນເອກະພາບ ແລະ ສະເໝີຕົ້ນສະເໝີປາຍຂອງ ສົນທິສັນຍາ UNCLOS 1982 ວ່າແມ່ນຂອບເຂດດັດປັບທຸກການເຄື່ອນໄຫວທີ່ໄດ້ນຳໃຊ້ຢູ່ມະຫາສະມຸດ ແລະ ທະເລ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີ ໃນການເດີນເຮືອ ແລະ ປະຕິບັດໂຄງການດຳເນີນງານ ປີ 2030 ເພື່ອການພັດທະນາແບບຍືນຍົງ. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນ ແລະ ຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ວ່າທຸກການຂັດແຍ້ງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ UNCLOS 1982, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິກຳ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບາງເຫດການທີ່ເກີດຂຶ້ນຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້, ເຊິ່ງໄດ້ລະເມີດສິດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຢ່າງແຮງ, ທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄວນອົດກັ້ນ, ບໍ່ນຳໃຊ້ທາງການທະຫານ ຫຼືດຳເນີນບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມທະວີການຂັດແຍ້ງກັນ, ສົ່ງຜົນສະທ້ອນເຖິງຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ນາບຂູ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສ້າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີເນື້ອໃນແທດຈິງ ແລະ ມີຜົນສັກສິດ, ເໝາະສົມກັບ UNCLOS 1982 ໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ