ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

(VOVWORLD) -ກ່າວຄຳເຫັນຕາງໜ້າ ຫວຽດນາມ, ທ່ານ ຮ່າກິມງອກ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ພິເສດແມ່ນເປົ້າໝາຍບັນລຸໄດ້ການປ່ອຍອ້າຍກາກບອນລົງໃນລະດັບ 0 ໃນປີ 2050.
ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ກ່າວຄຳເຫັນທີ່ການປຶກສາຫາລື

ວັນທີ 2 ສິງຫາ, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ເຂົ້າຮ່ວມການປຶກສາຫາລື ໂດຍທ່ານນາງລັດຖະມົນຕີພະລັງງານ ອາເມລິກາ Jennifer Granholm ເປັນປະທານ ດ້ວຍຫົວຂໍ້ “ຕ້ານການແຜ່ຂະຫຍາຍພະລັງງານນິວເຄຼຍ ແລະ ການປ່ຽນແປງຂອງດິນຟ້າອາກາດ”. ເຫດການໄດ້ດຳເນີນຢູ່ນອກສັບປະດາປຶກສາຫາລືລວມ ກອງປະຊຸມ ສຳຫຼວດກວດຄືນ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10.

        ກ່າວຄຳເຫັນຕາງໜ້າ ຫວຽດນາມ, ທ່ານ ຮ່າກິມງອກ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ພິເສດແມ່ນເປົ້າໝາຍບັນລຸໄດ້ການປ່ອຍອ້າຍກາກບອນລົງລະດັບ 0 ໃນປີ 2050. ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດບັນດາພັນທະແຫ່ງຊາດຂອງຕົນຕໍ່ອົງການພະລັງງານປະລາມານູສາກົນ(IAEA) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ບົດບາດໃຈກາງຂອງອົງການ IAEA ໃນການນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອເປົ້າໝາຍສັນຕິພາບ.

        ໃນວັນດຽວກັນ, ທ່ານຮ່າກິມງອກໄດ້ພົບປະ ແລະ ເຮັດວຽກກັບທ່ານ Volker Turk ຮອງເລຂາທິການໃຫຍ່ ສປຊ, ຮັບຜິດຊອບກ່ຽວກັບນະໂຍບາຍ ແລະ ຫົວໜ້າຄະນະຜູ້ແທນ ປະເທດອັງກິດ, ກີກິດສະຖານ, ນອກແວ, ຣູມານີ, ສະໂລວານີ ແລະ ອົດສະຕາລີ ເພື່ອແລກປ່ຽນກ່ຽວກັບບັນດາສອງຝ່າຍ ກໍ່ຄືປຶກສາຫາລື ກ່ຽວກັບສະພາບການສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ