ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຂອງ ກຳ​ປູ​ເຈຍ

(VOVWORLD) - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມພັດທະນາຂອງ ກຳປູເຈຍ, ເຄົາລົບເລື່ອງ ກຳປູເຈຍ ຜັນຂະຫຍາຍການກໍ່ສ້າງໂຄງການ ກໍ່ສ້າງຄອງເໝືອງ Funan Techo.
ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຂອງ ກຳ​ປູ​ເຈຍ - ảnh 1ທ່ານ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດວ່ານຄັກຫວຽດ (ພາບ: TTXVN)

       ໃນການຖະແຫຼງຂ່າວນັດສາມັນ ກະຊວງການຕ່າງປະເທດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ກຳປູເຈຍ ເລີ່ມກໍ່ສ້າງຄອງເໝືອງ Funan Techo, ທ່ານ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດວ່ານຄັກຫວຽດ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມພັດທະນາຂອງ ກຳປູເຈຍ, ເຄົາລົບເລື່ອງ ກຳປູເຈຍ ຜັນຂະຫຍາຍການກໍ່ສ້າງໂຄງການນີ້:

        “ແມ່ນ້ຳຂອງແມ່ນຊັບສົມບັດອັນລ້ຳຄ່າ, ເຊື່ອມຕໍ່ຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ຫວຽດນາມ ປາດຖະໜາວ່າ ບັນດາປະເທດແຄມແມ່ນ້ຳ, ໃນນັ້ນ ມີກຳປູເຈຍ, ຈະພ້ອມກັນຮ່ວມມື, ຄຸ້ມຄອງ, ພັດທະນາແຫຼ່ງນ້ຳຢູ່ແມ່ນ້ຳຂອງໃຫ້ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ເຂດຍ່ານແມ່ນ້ຳ, ກໍຄື ເພື່ອອະນາຄົດຂອງຄົນລຸ້ນຫຼັງ ແລະ ຄວາມສາມັກຄີສະໜິດຕິດພັນລະຫວ່າງບັນດາປະເທດແຄມແມ່ນ້ຳ. ບົນນ້ຳໃຈນັ້ນ, ຫວຽດນາມ ສະໜັບສະໜູນການພັດທະນາຂອງ ກຳປູເຈຍ, ເຄົາລົບເລື່ອງ ກຳປູເຈຍ ຜັນຂະຫຍາຍກໍ່ສ້າງຄອງເໝືອງ Funan Techo. ພວກຂ້າພະເຈົ້າກໍປາດຖະໜາຢາກສົມທົບກັນຄົ້ນຄວ້າ, ຕີລາຄາສັງລວມຮອບດ້ານຜົນກະທົບຂອງໂຄງການນີ້ ແລະ ມີບັນດາມາດຕະການເໝາະສົມເພື່ອຫຼຸດຜ່ອນຜົນກະທົບ”.

        ກ່ຽວກັບການເຄື່ອນໄຫວປົກປ້ອງພົນລະເມືອງຢູ່ບັນດາປະເທດຕາເວັນອອກກາງ, ບັງກະລາເທດ, ມຽນມາ ເຊິ່ງເປັນບັນດາປະເທດພວມເກີດການປະທະກັນນັ້ນ, ທ່ານ ດວ່ານຄັກຫວຽດ ຢັ້ງຢືນວ່າ ສະພາບການພົນລະເມືອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ ຍັງປອດໄພ ແລະ ດຳລົງຊີວິດເປັນປົກກະຕິ. ກະຊວງການຕ່າງປະເທດກໍໄດ້ກ່າວເຕືອນພົນລະເມືອງລະມັດລະວັງເມື່ອໄປຍັງບັນດາເຂດດັ່ງກ່າວ. ສະຖານທູດ ຫວຽດນາມ ປະຈຳພາກພື້ນຕາເວັນອອກກາງ, ບັງກະລາເທດ, ມຽນມາ ກໍໄດ້ສະເໜີບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ປະເທດປະຈຳຖິ່ນ ຮັບປະກັນການສະໜອງຄວາມປອດໄພໃຫ້ພົນລະເມືອງ ຫວຽດນາມ ຢ່າງສູງສຸດ ແລະ ເປັນເຈົ້າການກໍ່ສ້າງ, ຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ