ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ວິ​ວັດ​ການປະ​ຕິ​ບັດ​ນິ​ຕິ​ກຳ ສາ​ກົນ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສານຍຸ​ຕິ​ທຳ​ສາ​ກົນ

(VOVWORLD) -ວັນທີ 28 ຕຸລາ, ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອປຶກສາຫາລື ກ່ຽວກັບບົດລາຍງານການປະຕິບັດວຽກງານໃນປີ 2021 ຂອງ ສານຍຸຕິທຳ ສາກົນ (ICJ).

ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ວິ​ວັດ​ການປະ​ຕິ​ບັດ​ນິ​ຕິ​ກຳ ສາ​ກົນ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສານຍຸ​ຕິ​ທຳ​ສາ​ກົນ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການແກ້ໄຂຂໍ້ຂັດແຍ້ງສາກົນ ໂດຍສັນຕິວິທີ ແມ່ນໜຶ່ງໃນ ບັນດາຫຼັກການພື້ນຖານ ຂອງ ກົດໝາຍສາກົນ, ທ່ານຢັ້ງຢືນ ບັນດາປະເທດວ່າ ອາດຈະເລືອກເອົາຫຼາຍວິທີການແກ້ໄຂຂໍ້ຂັດແຍ້ງຕາມຂໍ້ກຳນົດຂອງ ກົດບັດ ສປຊ, ໃນນັ້ນ ລວມມີກົນໄກພິພາກສາຂອງສານ, ບັນດາປະເທດມີພັນທະເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງ, ຄຳຕັດສິນ ຂອງ ອົງການສານ ສາກົນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ຫຼາຍວິວັດການທາງນິຕິກຳ ຢູ່ ICJ, ຫວຽດນາມປາດຖະໜາຢາກໃຫ້ ສານສືບຕໍ່ໜູນຊ່ວຍເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ປະເທດ ໃນການນຳໃຊ້ກົນໄກອຳນາດສາດ, ກຳມະການ ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ