ຫວຽດນາມ ຢຶດໝັ້ນການປະຕິບັດນະໂຍບາຍ “ຈີນ ດຽວ”

(VOVWORLD) - ບົນພື້ນຖານການຢຶດໝັ້ນປະຕິບັດນະໂຍບາຍ “ຈີນດຽວ”, ຫວຽດນາມ ໄດ້ຮັກສາ ແລະ ພັດທະນາການພົວພັນທີ່ເປັນປະເພນີ, ປອດກັບລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ...
ຫວຽດນາມ ຢຶດໝັ້ນການປະຕິບັດນະໂຍບາຍ “ຈີນ ດຽວ” - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ວັນທີ 14 ມັງກອນ, ເມື່ອຕອບສຳພາດນັກຂ່າວ ທີ່ສະເໜີໃຫ້ຮູ້ ທັດສະນະຂອງ ຫວຽດນາມ ກ່ຽວກັບໝາກຜົນການເລືອກຕັ້ງຜູ້ນຳເຂດແຄ້ວນ ໄຕ້ຫວັນ ໃນວັນທີ 13 ມັງກອນ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ບົນພື້ນຖານການຢຶດໝັ້ນປະຕິບັດນະໂຍບາຍ “ຈີນດຽວ”, ຫວຽດນາມ ໄດ້ຮັກສາ ແລະ ພັດທະນາການພົວພັນທີ່ເປັນປະເພນີ, ປອດກັບລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ພັດທະນາໃນບໍ່ວ່າການພົວພັນລະດັບຊາດໃດໆກັບ ໄຕ້ຫວັນ. ທ່ານນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ເຄົາລົບຫຼັກການ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ຖືວ່າ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ຊ່ອງທະເລ ໄຕ້ຫວັນ ມີບົດບາດສຳຄັນຕໍ່ພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ