ຫວຽດ​ນາມ ຢືດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ຈີນ​ດຽວ”

(VOVWORLD) - ບົນພື້ນຖານຢືດໝັ້ນປະຕິບັດນະໂຍບາຍ “ຈີນ ດຽວ” ຮັບຮູ້ ໄຕ້ຫວັນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຈີນ, ຫວຽດນາມ ຮັກສາ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ພົວພັນແບບປອດລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ຂະຫຍາຍການພົວພັນຂັ້ນລັດກັບ ໄຕ້ຫວັນ ບໍ່ວ່າການພົວພັນໃດ.
ຫວຽດ​ນາມ ຢືດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ຈີນ​ດຽວ” - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 20 ພຶດສະພາ, ຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບນະໂຍບາຍ “ຈີນ ດຽວ” ຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ບົນພື້ນຖານຢືດໝັ້ນປະຕິບັດນະໂຍບາຍ “ຈີນ ດຽວ” ຮັບຮູ້ ໄຕ້ຫວັນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຈີນ, ຫວຽດນາມ ຮັກສາ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ພົວພັນແບບປອດລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ຂະຫຍາຍການພົວພັນຂັ້ນລັດກັບ ໄຕ້ຫວັນ ບໍ່ວ່າການພົວພັນໃດ. ຫວຽດນາມ ເຄົາລົບຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ຖືວ່າ ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ຊ່ອງທະເລ ໄຕ້ຫວັນ ມີບົດບາດສຳຄັນສຳລັບພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ