ຫວຽດນາມ ຢືນຢັນການຄ້າຂາຍປືນສັ້ນ, ອາວຸດປະເພດເປົ່າຢ່າງພິດກົດໝາຍໄດ້ກໍ່ຜົນຮ້າຍຕໍ່ສັນຕິພາບ,ຄວາມໝັ້ນຄົງສາກົນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ໄດ້ແບ່ງປັນກ່ຽວກັບຄວາມວິຕົກກັງວົນກ່ຽວກັບຜົນຮ້າຍຂອງການຄ້າຂາຍປືນສັ້ນ, ອາວຸດປະເພດເປົ່າຢ່າງພິດກົດໝາຍເຮັດໃຫ້ບັນດາການປະທະກັນຖືກແກ່ຍາວ
ຫວຽດນາມ ຢືນຢັນການຄ້າຂາຍປືນສັ້ນ, ອາວຸດປະເພດເປົ່າຢ່າງພິດກົດໝາຍໄດ້ກໍ່ຜົນຮ້າຍຕໍ່ສັນຕິພາບ,ຄວາມໝັ້ນຄົງສາກົນ - ảnh 1(ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ)

ວັນທີ 16 ກັນຍາ, ທັງໝົດ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ 20 ປະເທດສະມາຊິກສະຫະປະຊາຊາດ ໄດ້ເຂົ້າຮ່ວມກອງປະຊຸມຕາມຮູບແບບ Arria ໂດຍ ເມັກຊີໂກ ຈັດຂຶ້ນກ່ຽວກັບຜົນກະທົບຂອງເລື່ອງຄ້າຂາຍປືນສັ້ນ, ອາວຸດປະເພດເປົ່າຢ່າງພິດກົດໝາຍໄດ້ກໍ່ຜົນຮ້າຍຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ.

ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ແບ່ງປັນກ່ຽວກັບຄວາມວິຕົກກັງວົນກ່ຽວກັບຜົນຮ້າຍຂອງການຄ້າຂາຍປືນສັ້ນ, ອາວຸດປະເພດເປົ່າຢ່າງພິດກົດໝາຍເຮັດໃຫ້ບັນດາການປະທະກັນຖືກແກ່ຍາວ, ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງບັນດາຄວາມມານະພະຍາຍາມສັນຕິພາບ ແລະ ການພັດທະນາເສດຖະກິດ-ສັງຄົມ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ຕ້ອງມີບັນດາວິທີການສຳຜັດໃຫ້ເໝາະສົມກັບສະພາບການ, ບໍລິເວນລະອຽດຢູ່ລະດັບຊາດ, ພາກພື້ນ; ຮຽກຮ້ອງສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຟະລິກາ ເພື່ອແນໃສ່ແກ້ໄຂຄວາມສ່ຽງໄພຢູ່ພາກພື້ນນີ້. ຜູ້ຕາງໜ້າຫວຽດນາມ ຖືວ່າ ຕ້ອງທັງຮັບປະກັນການຕ້ານການຄ້າຂາຍອາວຸດຢ່າງຜິດກົດໝາຍ, ທັງຫຼີກລ້ຽງຜົນກະທົບທີ່ຫຍໍ້ທໍ້ເຖິງກຳລັງຄວາມສາມາດແຫ່ງຊາດກ່ຽວກັບການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງ, ນັບທັງໃນໄລຍະຂ້າມຜ່ານ ແລະ ເກີດການປະທະກັນຢູ່ຫຼາຍແຫ່ງຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ