ຫວຽດນາມ ຢືນຢັນການສະໜັບສະໜູນແລະສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ UNMISS

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ໃນສະພາບທີ່ປະເທດນີ້ກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນຍາດໄດ້ເອກະລາດ
ຫວຽດນາມ ຢືນຢັນການສະໜັບສະໜູນແລະສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ UNMISS - ảnh 1(ກອງປະຊຸມນັດສາມັນກ່ຽວກັບສະພາບການ ຊູດັງໃຕ້)

ວັນທີ 21 ມິຖຸນາ (ຕາມເວລານິວຢອກ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມນັດສາມັນກ່ຽວກັບສະພາບການ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ປະເທດນີ້ (UNMISS). ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ໃນສະພາບທີ່ປະເທດນີ້ກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນຍາດໄດ້ເອກະລາດ; ທ່ານກໍ່ຕີລາຄາສູງບົດບາດຂອງ UNMISS, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງຢູ່ພາກພື້ນໃນວິວັດທະນາຊຸກຍູ້ສັນຕິພາບ ແລະ ການພັດທະນາຢູ່ ຊູດັງໃຕ້ ແລະ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ UNMISS ແລະ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຄະນະປະຕິບັດງານ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງກ່ຽວກັບ ຊູດັງໃຕ້, ໃນນັ້ນມີມະຕິເລກທີ 2577 ເພື່ອແນໃສ່ມຸ່ງໄປເຖິງເລື່ອງຍົກເລີກຄຳສັ່ງຂວ້ຳບາດຫ້າມອາວຸດທີ່ກ່ຽວຂ້ອງເຖິງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ