ຫວຽດນາມ ຢືນຢັນຄືນໃໝ່ຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະແດງຄວາມປາດຖະໜາວ່າ, ບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືຂອງ ອາຊຽນ, ສາມາດສ້າງການພົວພັນເປັນປົກກະຕິ, ແກ່ງແຍ້ງຢ່າງປອດໄສ ແລະ ມີຄວາມຮັບຜິດຊອບ
ຫວຽດນາມ ຢືນຢັນຄືນໃໝ່ຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ
(ພາບ: VGP)

ວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ການນຳ ອາຊຽນ ໄດ້ເຂົ້າຮ່ວມບັນດາວາລະເຮັດວຽກທາງການຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ລວມທັງວາລະປະຊຸມລະຫວ່າງການນຳ ອາຊຽນ ກັບທ່ານປະທານາທິບໍດີ ອາເມລິກາ Joe Biden; ວາລະປຶກສາຫາລືລະຫວ່າງການນຳ ອາຊຽນ ກັບທ່ານນາງຮອງປະທານາທິບໍດີ Kamala Harris ກ່ຽວກັບຄວາມໝັ້ນຄົງທາງທະເລ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ວາລະປຶກສາຫາລືກັບບັນດາລັດຖະບານມົນຕີຄະນະລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນພະລັງງານສະອາດ ແລະ ພື້ນຖານໂຄງການແບບຍືນຍົງ.

        ໝາກຜົນລະອຽດແມ່ນ, ທີ່ບັນດາວາລະເຮັດວຽກດັ່ງກ່າວ ການນຳ ອາເມລິກາ ໄດ້ປະກາດຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມຮ່ວມມືກັບ ອາຊຽນ. ຕາມນັ້ນແລ້ວ, ອາເມລິກາ ຈະລົງທຶນຈຳນວນເງິນ 40 ລ້ານ USD ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງພະລັງງານສະອາດ, ສະຫງວນ 60 ລ້ານ USD ເພື່ອເພີ່ມທະວີການຮ່ວມມືທາງທະເລ, 150 ລ້ານ USD ເພື່ອຜັນຂະຫຍາຍຂໍ້ລິເລີ່ມອະນາຄົດດ້ານສາທາລະນະສຸກ ອາຊຽນ - ອາເມລິກາ…

        ທີ່ກອງປະຊຸມກັບທ່ານປະທານາທິບໍດີ Joe Biden, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະແດງຄວາມປາດຖະໜາວ່າ, ບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືຂອງ ອາຊຽນ, ສາມາດສ້າງການພົວພັນເປັນປົກກະຕິ, ແກ່ງແຍ້ງຢ່າງປອດໄສ ແລະ ມີຄວາມຮັບຜິດຊອບ, ພ້ອມທັງເຂົ້າຮ່ວມປະກອບສ່ວນໃຫ້ແກ່ພາກພື້ນ ບົນຈິດໃຈເປີດເຜີຍ, ສ້າງສັນ, ເຄົາລົບບົດບາດໃຈກາງຂອງ ອາຊຽນ, ປຶກສາຫາລືກັບ ອາຊຽນ ຢ່າງຄົບຖ້ວນ, ເຄົາລົບກົດໝາຍສາກົນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

        ຫວຽດນາມ ຢືນຢັນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກເຖິງການແກ້ໄຂທຸກການຂັດແຍ້ງ, ຄວາມແຕກຕ່າງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982. ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍເລື່ອງບັນດາຄູ່ຮ່ວມມືສະໜັບສະໜູນ ອາຊຽນ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ  UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ