ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນມາດຕະການແກ້ໄຂແບບ 2 ລັດ

(VOVWORLD) - ວັນທີ 25 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືເປີດດ້ວຍຫົວຂໍ້ວ່າ: “ສະພາບການຕາເວັນອອກກາງ, ເຊິ່ງລວມມີບັນຫາ ປາແລດສະຕີນ” ພາຍໃຕ້ການເປັນປະທານຂອງທ່ານ ຫລຽວແຈງອີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຈີນ ປະຈຳ ສປຊ, ປະທານສະພາຄວາມໝັ້ນຄົງ ສປຊ ປະຈຳເດືອນ ກໍລະກົດ 2017. 
ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນມາດຕະການແກ້ໄຂແບບ 2 ລັດ - ảnh 1ທ່ານນາງ ຫງວຽນເຟືອງງາ 

ຜູ້ຕາງໜ້າຂອງເກືອບ 50 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການປຶກສາຫາລື. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກວັງວົນຂອງປະຊາຄົມສາກົນກ່ຽວກັບສະພາບການຕາເວັນອອກກາງ, ພິເສດແມ່ນສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ກ່າວປະນາມທຸກໆການເຄື່ອນໄຫວກໍ່ການຮ້າຍ, ກໍ່ຄວາມຮຸນແຮງ, ກໍ່ຄວາມເສຍຫາຍໃຫ້ແກ່ປະຊາຊົນ… ທ່ານນາງ ໄດ້ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈ, ມີບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງຫລຸດລົງ ແລະ ເຊື່ອມຕໍ່ການເຈລະຈາຄືນໃໝ່ໂດຍໄວ. ທ່ານນາງຢືນຢັນຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນມາດຕະການແກ້ໄຂແບບ 2 ລັດລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ