ຫວຽດນາມ ຢືນອັນດັບ 1 ໃນການສຳຫຼວດຄວາມປະເອີບໃຈທາງດ້ານເສດຖະກິດພາຍຫຼັງການແຍກຫ່າງໃນສັງຄົມ

(VOVWORLD) -ຫວຽດນາມ ໄດ້ຢືນອັນດັບ 1 ໃນບັນຊີລາຍຊື່ບັນດາປະເທດໄດ້ຮັບການສຳຫຼວດ ດ້ວຍ 80% ຈຳນວນຜູ້ຖືກຕາມມີຄວາມເຊື່ອໝັ້ນວ່າ ພື້ນຖານເສດຖະກິດອາດຈະຟື້ນຟູໂດຍໄວ ພາຍຫຼັງປະຕິບັດການແຍກຫ່າງໃນສັງຄົມ.

ຫວຽດນາມ ຢືນອັນດັບ 1 ໃນການສຳຫຼວດຄວາມປະເອີບໃຈທາງດ້ານເສດຖະກິດພາຍຫຼັງການແຍກຫ່າງໃນສັງຄົມ - ảnh 1ການສຳຫຼວດຢູ່ 15 ປະເທດໃນໂລກ

(ພາບ: ipsos.com)

ໃນລະຫວ່າງວັນທີ 09 – 12 ເມສາ, ບໍລິສັດຄົ້ນຄວ້າຕະຫຼາດນາໆຊາດ Ipsos ໄດ້ປະຕິບັດການສຳຫຼວດຢູ່ 15 ປະເທດໃນໂລກ, ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຢູ່ປະເທດປະຈຳຖິ່ນຕໍ່ກັບພື້ນຖານເສດຖະກິດອາດສາມາດຟື້ນຟູໂດຍໄວ ພາຍຫຼັງໄລຍະຖືກຕັດຕອນຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.

ຕາມນັ້ນແລ້ວ, ຫວຽດນາມ ໄດ້ຢືນອັນດັບ 1 ໃນບັນຊີລາຍຊື່ບັນດາປະເທດໄດ້ຮັບການສຳຫຼວດ ດ້ວຍ 80% ຈຳນວນຜູ້ຖືກຕາມມີຄວາມເຊື່ອໝັ້ນວ່າ ພື້ນຖານເສດຖະກິດອາດຈະຟື້ນຟູໂດຍໄວ ພາຍຫຼັງປະຕິບັດການແຍກຫ່າງໃນສັງຄົມ. ຖັດມາແມ່ນຈີນ (68%) ແລະ ອິນເດຍ (63%). ກົງກັນຂ້າມ, ປະຊາຊົນແອັດສະປາຍ, ຝລັ່ງ, ອີຕາລີ, ອັງກິດ… ພັດສະແດງຄວາມວິຕົກກັງວົນກ່ຽວກັບອະນາຄົດຂອງພື້ນຖານເສດຖະກິດ, ຕໍ່ໜ້າຜົນກະທົບອັນຍາວນານຈາກວິກິດການສຸຂະພາບທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ