ຫວຽດນາມ ຢືນອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບເງິນຕາຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດປີ 2012

ຫວຽດນາມ ຢືນອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບເງິນຕາຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດປີ 2012 - ảnh 1
(ພາບປະກອບ)
(vovworld) - ​​ ຕາມ​ບົດລາຍ​ງານຄັ້ງ​ຫ​ລ້າ​ສຸດ​ຂອງ​ທະລາ​ຄານ​ໂລກ (WB) ໃຫ້​ຮູ້​ວ່າ ​ໃນ​ປີ 2012, ຫວຽດນາມ ຢືນ​ອັນ​ດັບ​ທີ 2 ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ກ່ຽວ​ກັບເງິນ​ຕາ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ຢືນ​ອັນ​ດັບ​ໜຶ່ງ​​ໃນ​ອາ​ຊຽນກ່ຽວ​ກັບເງິນ​ຕາ​ຂອງ​ຊາວຕ່າງ​ດ້າວ ​ແມ່ນ​ຟີ​ລິບ​ປິນ ດ້ວຍ 24,45 ຕື້ USD, ຖັດຈາກ​ນັ້ນ​ແມ່ນ​ຫວຽດນາມ (10 ຕື້ USD), ອີນ​ໂດ​ເນ​ເຊຍ (7,2 ຕື້ USD), ​ໄທ (4,12 ຕື້ USD)... ທ່ານ Kaushik, ຮັບຜິດຊອບ​ຂົງ​ເຂດ​ເສດຖະກິດ​ຂອງ WB ​ໄດ້​ຕີ​ລາຄາວ່າ ການ​ອົບ​ພະຍົບ ​ແລະ ​ເງິນຕາ​ຂອງ​ຊາວ​ຕ່າງປະ​ເທດແມ່ນ​ແຫຼ່ງກຳລັງ​ຊີວິດ​ທີ່​ສຳຄັນ​ສຳ​ລັບ​ລ້ານໆ​ຄົນ, ສວມບົດບາດ​ບໍ່​ນ້ອຍ​ໃຫ້​ແກ່​ການພັດທະນາຂອງ​ຫຼາຍ​ປະ​ເທດ.
ຂ່າວ/ບົດ​ອື່ນ