ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ. 
ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ Ory Csaba ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ Ory Csaba ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດເຂົ້າໃນການເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ. ທ່ານໃຫ້ຮູ້ວ່າ ຫວຽດນາມ ກໍພວມສ້າງເງື່ອນໄຂສະດວກໃຫ້ແກ້ການສ້າງສູນວັດທະນະທຳ ແລະ ປະຊາຄົມ ຮຸງກະຣີ ປະຈຳ ຮ່າໂນ້ຍ ໂດຍໄວ, ເຊິ່ງເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ