ຫວຽດ​ນາມ ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ພາ​ສາ ຝະ​ລັ່ງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ APF ແລະ ສະພາແຫ່ງຊາດ ຫວຽດນາມ ໃນໄລຍະທີ່ຜ່ານມາ.
ຫວຽດ​ນາມ ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ພາ​ສາ ຝະ​ລັ່ງ - ảnh 1(ພາບ: VOV)

     ວັນທີ 22 ກຸມພາ, ຢູ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານ ດັ້ງຮ່ວາງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຮັດວຽກກັບທ່ານ Francis Drouin, ປະທານສະຫະພັນລັດຖະສະພາພາສາ ຝະລັ່ງ (APF), ເພື່ອແລກປ່ຽນບາງບັນຫາກ່ຽວກັບການຮ່ວມມື.

    ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ APF ແລະ ສະພາແຫ່ງຊາດ ຫວຽດນາມ ໃນໄລຍະທີ່ຜ່ານມາ  ແລະ ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນ, ຮ່ວມມືຫຼາຍຝ່າຍໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ APF. ທ່ານກໍ່ຖືວ່າ ການພົວພັນຮ່ວມມື ແລະ ໂອ້ລົມສົນທະນາລະຫວ່າງ ແລະ APF ສປຊ ຈະຊ່ວຍໃຫ້ APF ມີໂອກາດເຂົ້າຮ່ວມຫຼາຍກ່ວາອີກ ເຂົ້າໃນວຽກງານຂອງ ສປຊ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ, ມຸ່ງໄປເຖິງສັນຕິສພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ