ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ສ. Dominicana

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານ ກັບ ສ.Dominicana. 
ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ສ. Dominicana - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃນການຕ້ອນຮັບທ່ານ Miguel Mejia, ເລຂາທິການໃຫຍ່ພັກຂະບວນການຝ່າຍຊາຍເອກະພາບ ສ. Dominicana (ພາບ: ກ໋ວາງຮ່ວາ)

ນີ້ແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃນການຕ້ອນຮັບທ່ານ Miguel Mejia, ເລຂາທິການໃຫຍ່ພັກຂະບວນການຝ່າຍຊາຍເອກະພາບ, ລັດຖະມົນຕີກະຊວງນະໂຍບາຍເຊື່ອມໂຍງເຂົ້າກັບພາກພື້ນ ສ. Dominicana, ໃນວັນທີ 11 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ). ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຕີລາຄາສູງ ເລື່ອງ ສ. Dominicana ໄດ້ຈັດສົ່ງເອກອັກຄະລັດຖະທູດ ປະຈຳ ຫວຽດນາມໃນປີ 2022 ແລະ ເປີດສະຖານທູດຢູ່ ຫວຽດນາມ ໃນປີ 2023, ຖືນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ສ່ວນທ່ານ Miguel Mejia ປາດຖະໜາຢາກເຮັດໃຫ້ການພົວພັນທາງການເມືອງ ແລະ ການຕ່າງປະເທດທີ່ດີງາມລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ພ້ອມທັງຊຸກຍູ້ເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງຝ່າຍ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເຊື່ອມຕໍ່ແລະໜູນຊ່ວຍວິສາຫະກິດ, ເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ພິເສດ ແມ່ນຢູ່ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ