ຫວຽດນາມ - ຢູແກຼນ ເພີ່ມທະວີການຮ່ວມມືສະພາແຫ່ງຊາດ

ຫວຽດນາມ - ຢູແກຼນ ເພີ່ມທະວີການຮ່ວມມືສະພາແຫ່ງຊາດ - ảnh 1
(ຫວຽດນາມ - ຢູແກຼນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ)

(vovworld) - ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຢູ​ແກຼນ, ວັນ​ທີ 05/12, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີງ​ງອກ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຫ່ງ​ຊາດ​ຢູ​ແກຼນ Kaletnhich ​ແລະ ທ່ານຫົວໜ້າ​​ກຳມາທິການ​ປ້ອງ​ກັນຊາ​ດ, ປ້ອງກັນ​ຄວາມສະຫ​ງົບ​ ຢູ​ແກຼນ Lit vin.

        ທີ່​ກາ​ນຕ້ອນຮັບ, ທ່ານ​ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຫ່ງ​ຊາດ​ຢູ​ແກຼນ Kaletnhich ຖື​ວ່າ, 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັ​ນຍັດ​, ປະກອບ​ສ່ວນປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

        ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ​ຮີງ​ງວກ​ເຊີນ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິ​ບັນຍັດ​ຢ່າງ​ແທດ​ຈິງ, ພ້ອມ​ທັງ​ເປີດ​ແງ່​ຫວັງ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ ກໍ່​ຄື​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີງ​ງອກ​ເຊີນ ຢືນຢັນ​ວ່າ.

        “ສະພາ​ແຫ່ງ​ຊາດ​ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ແລະ ລະຫວ່າງ 2 ສະພາ​ແຫ່ງ​ຊາດ. ຜ່ານ​ບັນດາການ​ຢ້ຽມຢາມ ​ແລະ ​ແລກປ່ຽນບັນດາ​ຄະນະ​ຜູ້​ແທນ​ຂັ້ນສູງ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລ​ະ ກັນ. ຮ່ວມ​ມື​ທີ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍຕ່າງໆ ກໍ່​ຄື​ເວທີ​ປາ​ໄສ​ສາກົນກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. 2 ຝ່າຍ ​ໄດ້​ມີ​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຢ່າງ​ມີ​ປະສິດທິ​ຜົນ... ​ແຕ່​ວ່າ, ​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົມຊ້ອນ​ຂອງ 2 ປະ​ເທດ ຍັງ​ມີ​ຂໍ້​ຈຳກັດ​ຢູ່, ​ໂດຍ​ສະ ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ”.

ຂ່າວ/ບົດ​ອື່ນ