ຫວຽດ​ນາມ ລົງ​ທຶນ​ກາຍ​ເປັນ​ສູນ​ປະ​ດິດ​ຄິດ​ສ້າງ​ກ່ຽວ​ກັບ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ​ຢູ່​ພາກ​ພື້ນ

(VOVWORLD) -ໂດຍສືບຕໍ່ໂຄງການເຄື່ອນໄຫວຢູ່ ອາເມລິກາ, ວັນທີ 23 ກັນຍາຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງສານໄປຍັງກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ລະບົບທັນຍາຫານໂດຍທ່ານເລຂາທິການໃຫຍ່ ສປຊ Antonio Guterres ເປັນເຈົ້າພາບ.



ຫວຽດ​ນາມ ລົງ​ທຶນ​ກາຍ​ເປັນ​ສູນ​ປະ​ດິດ​ຄິດ​ສ້າງ​ກ່ຽວ​ກັບ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ​ຢູ່​ພາກ​ພື້ນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ  ເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ລະບົບທັນຍາຫານ (ພາບ: TTXVN)

ໃນບົດກ່າວປະໄສ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ການສົມທົບກັນລະຫວ່າງບັນດາປະເທດ, ບັນດາຄູ່ຮ່ວມມື, ປັດໄຈໃນລະບົບສະບຽງອາຫານ, ທັນຍາຫານຕ້ອງເພື່ອຜົນປະໂຫຍດຂອງປະຊາຊົນ. ຢູ່ ຫວຽດນາມ, ເລື່ອງຄ້ຳປະກັນທັນຍາຫານແມ່ນພື້ນຖານໃຫ້ແກ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແມ່ນກາລະໂອກາດເພື່ອພັດທະນາກະສິກຳ ຫວຽດນາມ ຢ່າງໂປງໄສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ.

ບົນຈິດໃຈດັ່ງກ່າວ, ທ່ານປະທານປະເທດ ໄດ້ສະເໜີບາງມາດຕະການ. ທຳອິດແມ່ນການຫັນການເຕີບໂຕກະສິກຳໄປຍັງການປະສົມຫຼາຍມູນຄ່າລວມມີ ບັນດາມູນຄ່າດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ທັດສະນີຍະພາບສິ່ງແວດລ້ອມ, ຮັບປະກັນການພັດທະນາພື້ນຖານກະສິກຳຂຽວ, ການປ່ອຍທາດພິດຢູ່ລະດັບຕ່ຳ ແລະ ເໝາະສົມກັບທຳມະຊາດ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19. ທ່ານກ່າວວ່າ:

ການລົງທຶນພັດທະນາພື້ນຖານໂຄງລ່າງກະສິກຳຢ່າງຄົບຊຸດ ທັງຮັບໃຊ້ການຜະລິດພັດທະນາເສດຖະກິດຊົນນະບົດ, ທັງພັດທະນາບົດບາດເປັນເຈົ້າຂອງປະຊາຊົນ, ສົ່ງເສີມການເຂົ້າຮ່ວມຂອງກຸ່ມເສດຖະກິດເອກະຊົນໃນການລົງທຶນ ທີ່ມີຄວາມຮັບຜິດຊອບ, ຫົວຄິດປະດິດສ້າງ, ໝູນໃຊ້ເຕັກນິກທີ່ກ້າວໜ້າ, ທະວີຄູນຮູບແບບການຮ່ວມມື ພາກລັດ - ເອກະຊົນທີ່ມີປະສິດທິຜົນ…, ຫວຽດນາມ ໄດ້ສ້າງບັນດາເຄືອຂ່າຍປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຂອບເຂດການຮ່ວມມືຂອງ ສປຊ ແລະ ຢາກພັດທະນາສູນປະດິດຄິດສ້າງກ່ຽວກັບທັນຍາຫານ, ສະບຽງອາຫານຢູ່ພາກພື້ນ.

ໃນບົດກ່າວປາໄສ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກສານ, ພ້ອມກັນກະທຳບໍ່ມີຫຍັງທີ່ບໍ່ສາມາດເຮັດໄດ້,ເພື່ອການປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງ SDg 2030  ຂອງ ສປຊ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ